ເຂດເສດຖະກິດຈຸດສຸມພາກໃຕ້: GDP ສະເລ່ຍຕໍ່ຫົວຄົນບັນລຸກວ່າ 5.000 USD/ປີ ໃນປີ 2020

ເຂດເສດຖະກິດຈຸດສຸມພາກໃຕ້: GDP ສະເລ່ຍຕໍ່ຫົວຄົນບັນລຸກວ່າ 5.000 USD/ປີ ໃນປີ 2020 - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 05/06, ກະຊວງ​ແຜນການ​ ​ແລະ ການ​ລົງທຶນ ​ໄດ້​ປະກາດ​ແຜນ​ສັງ​ລວມກ່ຽວ​ກັບ​ການພັດທະນາ​ເສດຖະກິດ, ສັງຄົມ​​ສຳລັບ​ເຂດ​ເສດຖະກິດ​ຈຸດ​ສຸມ​ພາກ​ໃຕ້​ຮອດ​ປີ 2020, ກຳນົດ​ທິດ​ຮອດ​ປີ 2030 ​ແລະ ​ແຜນ​ສັງ​ລວມກ່ຽວ​ກັບ​ການພັດທະນາ​ເສດຖະກິດ, ສັງຄົມ​ສຳລັບ​​ເຂດ​ເສດຖະກິດ​ຈຸດ​ສຸມ​​ໃນເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຮອດ​ປີ 2020, ກຳນົດ​ທິດ​ຮອດ​ປີ 2030. ຕາມ​ນັ້ນ​​ແລ້ວ, ນະຄອນ​ໂຮ່ຈິ​ມິນ, ດົ່ງ​ນາຍ, ບ່າ​​ເຮ້ຍ - ວູ້ງ​ເຕົ່າ, ບິ່ງ​ເຍືອງ ​ແມ່ນ​ບໍລິ​ເວນ​ຈຸດ​ສຸມ, ມີ​ບົດບາດ​ເປັນ​ກຳລັງໜູນ​​ຊຸກຍູ້​ການ​ພັດທະນາ​ຂອງ​ບັນດາ​ທ້​ອງຖິ່ນ​ພາຍ​ໃນ​ເຂດ. ​ເຂດ​ເສດຖະກິດ​ຈຸດ​ສຸມ​ພາກ​ໃຕ້ ສຸມ​ໃສ່​ໃຫ້​ບຸລິມະສິດ​ລົງທຶນ​​ເຂົ້າ​ໃນ​ບັນດາ​ຂະ​ແໜງ​ນຳ​ໃຊ້​ພູມປັນຍາ​​ສູງ; ບຳລຸງ​ສ້າງ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ມີ​ເຕັກນິກ​ສູງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃຫ້​ເຂດ ​ແລະ ທົ່ວ​ປະ​ເທດ. GDP ລະ​ເລ່ຍຕໍ່​ຫົວ​ຄົນບັນລຸ 3.900 – 4.000 USD/ປີ ​ໃນ​ປີ 2015 ​ແລະ ກວ່າ 5.000USD/ປີ ​ໃນ​ປີ 2020. ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫັນ​ປ່ຽນ​ຮູບ​ແບບ​ເຕີບ​ໂຕ ຕິດ​ພັນ​ກັບ​ການ​ຄ້ຳປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ. GDP ສະ​ເລ່ຍຕໍ່​ຫົວ​ຄົນບັນລຸ​ກວ່າ 2.400 USD/ປີ ​ໃນ​ປີ 2015 ​ແລ​ະ ​ປະມານ 4.400 USD/ປີ ​ໃນ​ປີ 2020.

ຂ່າວ/ບົດ​ອື່ນ