ເຂດໄຕບັກປະຕິບັດຄຳສັ່ງກ່ຽວກັບວຽກງານສາສະຫນາໂປແຕສະຕັງ

 ເຂດໄຕບັກປະຕິບັດຄຳສັ່ງກ່ຽວກັບວຽກງານສາສະຫນາໂປແຕສະຕັງ - ảnh 1
ພາບ​ປະ​ກອບ:internet

(vovworld)- ວັນ​ທີ 24/7 ຢູ່ ນະ​ຄອນ ອຽນ​ບາຍ, ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ ສົມ​ທົບ​ກັບ​ຄະ​ນະ​ສາ​ສະ​ຫນາ​ຂອງ​ລັດ​ຖະ​ບານ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ບາງວຽກ​ງານ​ສຳ​ລັບ​ສາ​ສະ​ຫນາ​ໂປ​ແຕ​ສະ​ຕັງ ຢູ່​ເຂດ ໄຕ​ບັກ​. ຜ່ານ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ຄຳ​ສັ່ງ ໄດ້​ຢືນ​ຢັນ ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ​ຂອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ສຳ​ລັບ​ສາ​ສະ​ຫນາ​ໂປ​ແຕ​ສະ​ຕັງ ແມ່ນ​ຖືກ​ຕ້ອງ, ທັນ​ການ. ກອງ​ປະ​ຊຸມ​ໄດ້​ເຫັນ​ດີ ໄລ​ຍະ​ຈະ​ມາ​ເຖິງ ຄວນ​ສືບ​ຕໍ່​ຂົນ​ຂວາຍ​ມ​ະ​ຫາ​ຊົນ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ​​ແນວ​ທາງ ຂອງ​ພັກ, ນະ​ໂຍ​ບາຍກົດ​ໝາຍ​ຂອງ​ລັດເປັນ​ຢ່າງ​ດີ, ​ຂະ​ຫຍາຍສະ​ມາ​ຊິກ​ພັກ ແມ່ນ​ຜູ້​ຖື​ສາ​ສະ​ຫນາ​ໂປ​ແຕ​ສະ​ຕັງ ເປັນ​ຕົ້ນ​ແມ່ນ​ຊາວ ມົ້ງ​ຖື​ສາ​ສະ​ຫນາ​ໂປ​ແຕ​ສະ​ຕັງ. ຄ​ຽງ​ຄູ່​ກັນ​ນັ້ນ ເດັດ​ດ່ຽວ​ປັບ​ໄຫມ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ຕາມ​ກົດ​ໝາຍ​ບັນ​ດາ​ກົນ​ອຸ​ບາຍ, ການ​ກະ​ທຳ​ສວຍ​ໃຊ້​ສາ​ສະ​ຫນາ​ເພື່ອ​​ປຸກ​ປັ່ນຍຸ​ແຍ່, ແບ່ງ​ແຍກຊົນ​ຊາດ, ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເປັນ​ຢ່າງ​ດີ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ໃຫ້​ແກ່​ປະ​ຊາ​ຊົນ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເວົ້າ​ລວມ ແລະ ປະ​ຊາ​ຊົ​ນ​ເຊື່ອ​ຖື​ສາ​ສະ​ຫນາ​ໂປ​ແຕ​ສະ​ຕັງ​ເວົ້າ​ສ​ະ​ເພາະ.

 

ຂ່າວ/ບົດ​ອື່ນ