ເຂັ້ນຂຸ້ນສີສັນ ຫວຽດນາມ ທີ່ງານບຸນໜັງສືພິມມະນຸດສະທຳຝລັ່ງ 2023

(VOVWORLD) - ງານບຸນໜັງສືພິມມະນຸດສະທໍາ (L'Humanité) ຈັດຂຶ້ນທຸກໆປີໃນເດືອນ ກັນຍາ

          ໃນລະຫວ່າງວັນທີ 15 – 17 ກັນຍາ, ຄະນະຜູ້ແທນໜັງສືພິມ ເຍິນເຢິນ (ສຽງຂອງສູນກາງພັກກອມມູນິດ ຫວຽດນາມ) ໄດ້ເຂົ້າຮ່ວມງານບຸນໜັງສືພິມມະນຸດສະທໍາຄັ້ງທີ 88 ທີ່ຈັດຂຶ້ນຢູ່ນະຄອນ Plessis-Pâté, ຂຶ້ນກັບແຂວງ Essonne, ທາງກ້ຳໃຕ້ນະຄອນຫຼວງ ປາຣີ. ງານບຸນໜັງສືພິມມະນຸດສະທໍາ (L'Humanité) ຈັດຂຶ້ນທຸກໆປີໃນເດືອນ ກັນຍາ, ນີ້ແມ່ນງານບຸນທີ່ໃຫຍ່ທີ່ສຸດຂອງນັກກອມມູນິດ ຝຣັ່ງ. ເຫດການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງຊາວຜູ້ອອກແຮງງານຢູ່ ຝລັ່ງ ແລະ ບັນດາເພື່ອນມິດທີ່ມາຈາກຫຼາຍປະເທດໃນໂລກ.

          ເຂົ້າຮ່ວມງານບຸນໜັງສືພິມມະນຸດສະທຳຄັ້ງນີ້, ນອກຈາກບັນດາສື່ສິ່ງພິມ, ໜັງສືພິມ ເຍິນເຢິນ ຍັງແນະນຳຮູບພາບກ່ຽວກັບປະທານ ໂຮ່ຈີມິນ ແລະ ບັນດາການເຄື່ອນໄຫວຂອງການນຳພັກ ແລະ ລັດ, ທິວທັດທຳມະຊາດ, ເຂດທະເລ, ໝູ່ເກາະ ແລະ ຊາວ ຫວຽດນາມ ເຖິງເພື່ອນມິດສາກົນເປັນຈຳນວນຫຼາຍ. ນອກຈາກນັ້ນ, ແຂກມາຢ້ຽມຊົມຍັງຈະເພີ່ມຄວາມເຂົ້າໃຈກ່ຽວກັບກັບວັດທະນະທຳ ຫວຽດນາມ ຜ່ານທຳນອງເພງພື້ນເມືອງ ກໍຄືອາຫານການກິນ.

ຕອບກັບ

ຂ່າວ/ບົດ​ອື່ນ