“ເຂັ້ມຂຸ້ນນ້ຳໃຈກອງທັບ ແລະ ປະຊາຊົນ” - ພັນລະນາຄຸນງາມຄວາມດີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃນບັ້ນຮົບ ດ້ຽນບຽນຝູ

(VOVWORLD) - ລາຍການແມ່ນໂອກາດເພື່ອໃຫ້ແມ່ຍິງ ຫວຽດນາມ ລຸ້ນຕ່າງໆ ທົບທ້ວນຄືນມູນເຊື້ອປະຫວັດສາດ, ຈົດຈຳວິລະກຳ ແລະ ບັນດາການເສຍສະຫຼະຊີວິດຂອງບັນດານັກຮົບ ເພື່ອນຳມາເຊິ່ງເອກະລາດ, ເສລີພາບມາໃຫ້ປະເທດຊາດ.
“ເຂັ້ມຂຸ້ນນ້ຳໃຈກອງທັບ ແລະ ປະຊາຊົນ” - ພັນລະນາຄຸນງາມຄວາມດີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃນບັ້ນຮົບ ດ້ຽນບຽນຝູ - ảnh 1(ທີ່ລາຍການພົບປະແລກປ່ຽນສະແດງສິລະປະ)

        ຕອນຄ່ຳວັນທີ 05 ມີນາ, ຢູ່ສະໜາມຫຼວງ 7/5, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານຊາຍແດນ ແລະ ແຂວງ ດ້ຽນບຽນ ຈັດລາຍການພົບປະແລກປ່ຽນສະແດງສິລະປະພິເສດ “ເຂັ້ມຂຸ້ນນ້ຳໃຈກອງທັບ ແລະ ປະຊາຊົນ”.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຮ່າທິງາ, ປະທານສະຫະພັນແມ່ຍິງ ຫວຽດນາມ ເນັ້ນໜັກວ່າ, ລາຍການແມ່ນໂອກາດເພື່ອໃຫ້ແມ່ຍິງ ຫວຽດນາມ ລຸ້ນຕ່າງໆ ທົບທ້ວນຄືນມູນເຊື້ອປະຫວັດສາດ, ຈົດຈຳວິລະກຳ ແລະ ບັນດາການເສຍສະຫຼະຊີວິດຂອງບັນດານັກຮົບ ເພື່ອນຳມາເຊິ່ງເອກະລາດ, ເສລີພາບມາໃຫ້ປະເທດຊາດ. ທ່ານນາງ ຮ່າທິງາ, ໃຫ້ຮູ້ວ່າ:

        “ເນື່ອງໃນໂອກາດນີ້, ສະຫະພັນແມ່ຍິງ ຫວຽດນາມ, ກອງບັນຊາການທະຫານຊາຍແດນ ໄດ້ມອບເຮືອນແຫ່ງສາຍຈິດມິດໃຈ 70 ຫຼັງ, ຂອງຂວັນເກືອບ 500 ພູດ, ລວມມູນຄ່າກວ່າ 5 ຕື້ດົ່ງ, ຄືດັ່ງຂອງຂວັນເພື່ອຕອບບຸນແທນຄຸນຂອງສະມາຊິກ, ສະຫະພັນແມ່ຍິງ 63 ແຂວງ, ນະຄອນ, ແມ່ຍິງຕຳຫຼວດປະຊາຊົນ, ກອງທັບປະຊາຊົນ, ແມ່ຍິງດຳເນີນທຸລະກິດ, ແມ່ຍິງ ຫວຽດນາມ ຢູ່ຕ່າງປະເທດ ແລະ ນັກຮົບປ້ອງກັນຊາຍແດນທົ່ວປະເທດ ເຖິງປະຊາຊົນບັນດາເຜົ່າແຂວງ ດ້ຽນບຽນ”.

        ລາຍການໂດຍມີການເຂົ້າຮ່ວມຂອງແມ່ຍິງເກືອບ 500 ຄົນຂຶ້ນກັບສຸນກາງສະຫະພັນແມ່ຍິງ ຫວຽດນາມ ແລະ ບາງແຂວງ, ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ