ເຂັ້ມຂຸ້ນສີສັນວັດທະນະທຳຫວຽດນາມໃນວັນບຸນ “Asian Weekend 2019” ຢູ່ປະເທດສະໂລວາກີ

(VOVWORLD) -   ໃນລະຫວ່າງວັນທີ 2-3 ສິງຫາ, ທີ່ສະໜາມຫຼວງໃນໃຈກາງນະຄອນຫຼວງ Bratislava, ປະເທດສະໂລວາກີໄດ້ມີການສະເຫຼີມສະຫຼອງວັນບຸນຊຸມວັນອາຊີທ້າຍອາທິດ (Asian Weekend 2019) ຢ່າງຟົດຟື້ນ.
ເຂັ້ມຂຸ້ນສີສັນວັດທະນະທຳຫວຽດນາມໃນວັນບຸນ “Asian Weekend 2019” ຢູ່ປະເທດສະໂລວາກີ - ảnh 1 ລາຍການສະແດງສິລະປະຂອງຫວຽດນາມ ທີ່ວັນບຸນ (ພາບ: Vietnam+)

 ນີ້ແມ່ນຄັ້ງທີ 2 ຂອງເຫດການວັດຖະນະທຳໂດຍບັນດາສະຖານທູດປະເທດຕ່າງໆໃນອາຊີປະຈຳຢູ່ ສະໂລວາກີເຊິ່ງປະກອບມີ:ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ, ຈີນ, ສ.ເກົາຫຼີ ແລະຫວຽດນາມໄດ້ສົມທົບກັນຈັດຕັ້ງຂຶ້ນ.ປະຊາຄົມຊາວຫວຽດນາມພ້ອມກັນບັນດາປະຊາຄົມຂອງ 5 ປະເທດອາຊີ ຢູ່ ສະໂລວາກີໄດ້ແນະນຳຈຸດວັດທະນະທຳພື້ນເມືອງອັນເປັນເອກະລັກ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ສິນລະປະອາຫານການກິນ ໃນວັນບຸນວັດທະນະທຳ ຫຼາກຫຼາຍສີສັນນີ້ໃຫ້ແກ່ປະຊາຊົນຊາວສະໂລວາກີ.

        ທ່ານ Frantisek Ruzicka, ຮອງລັດຖະມົນຕີກະຊວງການຕ່າງປະເທດສະໂລວາກີໃຫ້ຮູ້ວ່າ: “ຫວຽດນາມແລະສະໂລວາກີນັບແຕ່ຫລາຍປີທີ່ຜ່ານມາກໍ່ໄດ້ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແລະ ປະຊາຄົມຊາວຫວຽດນາມນັບມື້ນັບໄດ້ຢັ້ງຢືນບົດບາດເປັນຂົວຕໍ່ເພີ່ມທະວີນຳ້ໃຈສາມັກຄີ ກໍ່ຄືຄວາມເຂົ້າອົກເຂົ້າໃຈກັນຜ່ານບັນດາກິດຈະກຳທາງດ້ານວັດທະນະທຳ, ແລກປ່ຽນວັດທະນະທຳອາຫານການກິນ…. ຊາວຫວຽດນາມຢູ່ນີ້ແມ່ນໜຶ່ງໃນບັນດາປະຊາຄົມທີ່ດີແລະໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສະໂລວາກີ”

        ໂດຍຄຽງຄູ່ກັບຄວາມດຶງດູດຂອງບັນດາເຍື່ອງອາຫານພື້ນເມືອງຫວຽດນາມໃນການແລກປ່ຽນວັດທະນະທຳເຍື່ອງອາຫານການກິນ, ຜູ້ເຂົ້າຮ່ວມວັນບຸນຍັງໄດ້ຮັບການແນະນຳກ່ຽວກັບທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວຂອງຫວຽດນາມແລະບັນດາສະຖານທີ່ມໍລະດົກທາງວັດທະນະທຳແລະມໍລະດົກທາງທຳມະຊາດທີ່ໄດ້ຮັບການຮັບຮອງຈາກສາກົນນຳອີກນັ້ນຄື: ຄຸ້ມເມືອງເກົ່າໂຮ້ຍອ່ານ, ຫໍທາດໝີເຊີນ, ອ່າວຮ້າລອງ./.

ຕອບກັບ

ຂ່າວ/ບົດ​ອື່ນ