ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳພື້ນເມືອງບ້ານນາຫວຽດນາມ

ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳພື້ນເມືອງບ້ານນາຫວຽດນາມ - ảnh 1
ງານ​ມະ​ໂຫລານ​ການທ່ອງ​ທ່ຽວໝູ່​ບ້ານ​ຫັດຖະກຳ
​ທີ່​ເປັນ​ມູນ​ເຊື້ອ ຮ່າ​ໂນ້ຍ - ຫວຽດນາມ ປີ 2016


(vovworld) - ​ໃນ​ຂອບ​ເຂດ​ງານ​ມະ​ໂຫລານ​ການທ່ອງ​ທ່ຽວໝູ່​ບ້ານ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ ຮ່າ​ໂນ້ຍ - ຫວຽດນາມ ປີ 2016. ຕອນ​ເຊົ້າ​ວັນ​ທີ 1/10, ຢູ່​ພະ​ລາຊະ​ວັງ ຮ່ວາງ​ແທ່ງທັງ​ລອງ, ພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ ​ໄດ້​ຈັດ​ ພິທີ​ແຫ່​ບັນພະບຸລຸດ​ຜູ້​ກໍ່​ຕັ້ງ​ອາຊີບ​ທີ່​ເປັນ​ມູນ​ເຊື້ອຂອງ​ສາມ​ໝູ່​ບ້ານ​ອາຊີບ​ທີ່​ດີ​ເດັ່ນ, ນັ້ນ​ແມ່ນ​ໝູ່​ບ້ານ​ຜະລິດ​ເຄື່ອງ​ເຟີ​ນີ​ເຈີສິລະ​ປະ ລາ​ຊວຽນ, ​ເມືອງ ອີ​ອຽນ, ​ແຂວງ ນາມ​ດິ້ງ; ໝູ່​ບ້ານ​ຕຳ​ແພ​ໄໝ ຫວ້ານ​ຟຸກ, ​ເມືອງ ຮ່າ​ດົງ, ຮ່າ​ໂນ້ຍ ​ແລະ ໝູ່​ບ້ານ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ເຄືອບ ບາດ​ຈ່າງ, ​ເມືອງ ຢາ​ເລິ​ມ, ຮ່າ​ໂນ້ຍ.

        ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ພິທີ​ທີ່​ເປັນ​ມູນ​ເຊື້ອ ​ເຊິ່ງ​ໄດ້​ຮັບ​ການອະນຸລັກ​ຮັກສາ​ໄວ້ນັບ​ແຕ່​ພັນ​ປີ​ມາ​ນີ້, ມີ​ຄວາມ​ໝາຍ​ພົວພັນ​ແລກປ່ຽນ​ວັດທະນະທຳ, ສະ​ນິດ​ຕິດ​ພັນ​ປະຊາ​ຄົມ​ນຳ​ກັນ… ກ່າວ​ຄວາມ​ເຫັນ​ທີ່ ພິທີ​ແຫ່​ບັນພະບຸລຸດ​ຜູ້​ກໍ່​ຕັ້ງ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ, ທ່ານ ​ເຈິ່ນດຶກ​ຫາຍ, ຮອງ​ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ການ​ຄົງ​ຕົວ​ຂອງ​ບັນດາ​ໝູ່​ບ້ານ​ຫັດຖະກຳ, ຖະໜົນ​ອາຊີບ​ຫັດຖະກຳ ​ໄດ້​ສ້າງ​ເປັນຄວາມ​ເຊື່ອ​ຖື​ບູຊາ​ບັນພະບຸລຸດ, ຜູ້​ກໍ່​ຕັ້ງ​ອາຊີບ​ຂອງ​ຊາວ ທັງ​ລອງ - ຮ່າ​ໂນ້ຍ. ນີ້​ແມ່ນ​ໂອກາດ​ເພື່ອ​ຫວນ​ຄືນ​ຄຸນງາມຄວາມດີ​ຂອງ​ລຸ້ນກ່ອນ; ​ເຊີດ​ຊູ ​ແລະ ຮູ້​ບຸນຄຸນ​ຜູ້​ທີ່​ໄດ້​ກໍ່​ຕັ້ງ​ອາຊີບ, ສອນ​ອາຊີບ​ໃຫ້​ປະຊາຊົນ. ພ້ອມ​ກັນ​ນັ້ນ​ແມ່ນ​ການ​ຍ້ອງຍໍ​ໝູ່​ບ້ານ​ອາຊີບ, ປະຫວັດສາດ ວັດທະນະທຳ​ໝູ່​ບ້ານ​ອາຊີບ, ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ​ຂອງ​ໝູ່​ບ້ານ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ, ປຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ໝູ່​ບ້ານ​ອາຊີບ, ຂະ​ແໜງ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ; ພ້ອມທັງ​ສົ່ງ​ເສີມ​ບັນດາ​ໝູ່​ບ້ານ​ອາຊີບ ​ໃຫ້​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ຜູ້​ກໍ່​ຕັ້ງ​ອາຊີບ, ບ້ານ​ເກີດ​ເມືອງ​ນອນ, ອອກ​ແຮງ​ງານ​ຢ່າງ​ຫ້າວຫັນ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ“.

ຂ່າວ/ບົດ​ອື່ນ