ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ປະທານສະພາແຫ່ງຊາດບັນດາປະເທດໃນໂລກ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ໃນລະຫວ່າງວັນທີ 5 – 7 ກັນຍາ. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໂດຍກົງ. 
ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້  (ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະຫະພັນ ລັດຖະສະພາສາກົນ (IPU) Duarte Pacheco, ປະທານສະພາແຫ່ງຊາດ ໂອຕາລິດ Wolfgang Sobotka, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະຜູ້ແທນ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ປະທານສະພາແຫ່ງຊາດບັນດາປະເທດໃນໂລກ ຄັ້ງທີ 5 (WCSP5) ຢູ່ ສາທາລະນະລັດ ໂອຕາລິດ, ໃນລະຫວ່າງວັນທີ 5 – 7 ກັນຍາ. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໂດຍກົງ. ນີ້ກໍແມ່ນການຢ້ຽມຢາມ ເອີຣົບ ຄັ້ງທຳອິດຂອງຜູ້ນຳໜ້າສະພາແຫ່ງຊາດ ຫວຽດນາມ ພາຍຫຼັງຖືກຂາດວັກຂາດຕອນຍ້ອນໂລກລະບາດໂຄວິດ - 19 ເຊິ່ງບັນດາການເຄື່ອນໄຫວທາງການທູດສ່ວນຫຼາຍແມ່ນຖືກດຳເນີນຕາມຮູບແບບທາງໄກ.

        ໃນຂອບເຂດຂອງກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຈະມີບັນດາການເຄື່ອນໄຫວພົບປະສອງຝ່າຍກັບການນຳ IPU, ປະທານລັດຖະສະພາຈຳນວນໜຶ່ງ, ປະທານສະພາແຫ່ງຊາດ ໂອຕາລິດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ພົບປະກັບບັນດາວິສາຫະກິດ ໂອຕາລິດ…

        ກອງປະຊຸມດັ່ງກ່າວ ມີຫົວຂໍ້ “ການນຳພາຂອງລັດຖະສະພາ ເພື່ອການຮ່ວມມືຫຼາຍຝ່າຍຢ່າງມີປະສິດທິຜົນກວ່າ ແນໃສ່ນຳມາເຊິ່ງສັນຕິພາບ ແລະ ການພັດທະນາແບບຍືນຍົງໃຫ້ແກ່ປະຊາຊົນ ແລະ ໂລກ”. ໃນນັ້ນ ຈະມີບັນດາວາລະປຶກສາຫາລືກ່ຽວກັບບັນດາບັນຫາຄື: “ການຮັບມືກັບໂລກລະບາດໂຄວິດ - 19 ແລະ ສິ່ງທ້າທາຍ ສຳລັບກົນໄກຮ່ວມມືຫຼາຍຝ່າຍໃນການຕອບສະໜອງຄວາມຕ້ອງການຂອງປະຊາຊົນ”; “ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ - 19”; “ຕ້ານຂໍ້ມູນຂ່າວບໍ່ມີມູນຄວາມຈິງ….


 

ຕອບກັບ

ຂ່າວ/ບົດ​ອື່ນ