ເຂົ້າຮ່ວມກອງປະຊຸມ WEF ASEAN: ຢັ້ງຢືນພາບພົດ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງປະຊາຄົມ ອາຊຽນ

(VOVWORLD) -ເມື່ອຕອບສຳພາດຕໍ່ສື່ມວນຊົນ ໃນໂອກາດສິ້ນສຸດການຢ້ຽມຢາມ, ທ່ານ ດັ້ງດີງກູຍ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ
ເຂົ້າຮ່ວມກອງປະຊຸມ WEF ASEAN: ຢັ້ງຢືນພາບພົດ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງປະຊາຄົມ ອາຊຽນ - ảnh 1 ທ່ານ ດັ້ງດີງກູຍ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ

ການເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ຄັ້ງທີ 26 (WEF ASEAN 26) ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ແລະ ມີຄວາມໝາຍຫລາຍຢ່າງ. ທີໜຶ່ງ, ຜ່ານກອງປະຊຸມ, ຫວຽດນາມ ຢືນຢັນຄວາມຕັດສິນໃຈປ່ຽນແປງໃໝ່ປະເທດຊາດຮອບດ້ານ, ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບການເຕີບໂຕໃນໄລຍະພັດທະນານັບແຕ່ປະຈຸບັນຈົນຮອດປີ 2020, ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສົ່ງເສີມຈິດໃຈເລີ່ມທຸລະກິດ, ປ່ຽນໃໝ່, ມີຫົວຄິດປະດິດສ້າງ. ທີສອງ, ບັນດາການເຄື່ອນໄຫວພົບປະ, ເຈລະຈາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຊື່ອມຕໍ່ໂດຍກົງລະຫວ່າງປະຊາຄົມວິສາຫະກິດແຖວໜ້າໃນພາກພື້ນ ແລະ ໂລກກັບປະຊາຄົມວິສາຫະກິດ ຫວຽດນາມ, ທີສາມ ເລື່ອງເຂົ້າຮ່ວມກອງປະຊຸມ WEF ASEAN 2017 ໄດ້ປະກອບສ່ວນຢືນຢັນພາບພົດ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມ ອາຊຽນ.

 

ຕອບກັບ

ຂ່າວ/ບົດ​ອື່ນ