ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະແດງຄວາມຮັບຜິດຊອບຂອງຫວຽດນາມກັບປະຊາຄົມໂລກ

ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະແດງຄວາມຮັບຜິດຊອບຂອງຫວຽດນາມກັບປະຊາຄົມໂລກ - ảnh 1
ພົນ​ຕີ ຫວໍ​ວັນ​ຕ໋ວນ

 (vovworld) – ຄ​ະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຫາກໍ່​ສິ້ນ​ສຸດ​ການ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ, ເພື່ອ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ຫວຽດ​ນາມ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ, ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ຫົວ​ໜ້າ​ເສນ​າ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ຫວຽດ​ນາມ, ໃຫ້​ຮູ້​ວ່າ: ບັນ​ດາ​ອົງ​ການ ສ​ປ​ຊ ລ້ວນ​ແຕ່​ຕີ​ລາ​ຄາ​ສູງ ຫວຽດ​ນາມ ​ທີ່ໄດ້​ກະ​ກຽມ​ຢ່າງ​ຕັ້ງ​ໜ້າ, ລອບ​ຄອບ​ຖີ່​ຖ້ວນ ແລະ ເຂັ້ມ​ງວດ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ. ຫວຽດ​ນາມ ກໍ່​ກຳ​ນົດ​ນີ້​ແມ່ນ​​ໜຶ່ງ​ໃນບັນ​ດາ​ກາ​ລະ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ສຳ​ລັບ​ປະ​ຊາ​ຄົມ​ໂລ​ກ, ເຄົາ​ລົບ​ກົດ​ບັດ​ສ​ປ​ຊ, ກົ​ດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ລັດ​ຖະ​ທຳ​ມະ​ນູນ​ເຊິ່ງ ຫວຽດ​ນາມ​ຫາກໍ່​ປັບ​ປຸງ​ໃນ​ປີ 2013 ແລະ ສ​ປ​ຊ ກໍ່​ເຊື່ອ​ໝັ້ນ​ວ່າ: ກຳ​ລັງ​ຂອງ ຫວຽດ​ນາມ ຈະ​ປະ​ຕິ​ບັດ​ວຽກ​ງານນີ້​ເປັນ​ຢ່າງ​ດີ. ພົນ​ຕີ ຫວໍ​ວັນ​ຕ໋ວນ, ໃຫ້​ຮູ້​ວ່າ: ໃນ​ການ​ເຮັດ​ວຽກ​ຄັ້ງ​ນີ້, ຄະ​ນະ​ໄດ້​ຈົດ​ທະ​ບຽນ​ກັບ ສ​ປ​ຊ ​ກ່ຽວ​ກັບເລື່ອງ​ຜັນ​ຂະ​ຫຍາຍ​​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບຈຳ​ນວນ​ໜຶ່ງ​ຢ່າງ​ລະ​ອຽດ​:

        “ພວກ​ເຮົາ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສະ​ຖຍນ​ລະ​ພາບ​ຢູ່​ພາກ​ພື້ນ​ຂ​າດ​ສະ​ຖຽນ​ລະ​ພາບ, ​ມີ​ສົງ​ຄາມ, ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ ແລະ ເຂົ້າ​ຮ່ວມ​ໜ້າ​ທີ່​ມະ​ນຸດ​ສະ​ທຳ... ຫາກ​ພວກ​ເຮົາບໍ່​ເຂົ້າ​ຮ່ວມການສູ້​ຮົບ… ນີ້​ແມ່ນຫຼັກ​ການ​ທີ 2 ສຳ​ຄັນ​​ທີ່​ສຸດເຊິ່ງ​ກຳ​ລັງ​ຂອງ​ພວກ​ເຮົາ​ເຂົ້າ​ຮ່ວມ. ດັ່ງ​ນັ້ນ, ພວກ​ຂ້າ​ພະ​ເຈົ້າຄາດ​ວ່າ​ບົນ​ມາດ​ຖານ​ຂ​ອງ ສ​ປ​ຊ, ພວກ​ເຮົາ​ຈະ​ສ້າງ​ຕັ້ງ​ໂຮງ​ໝ​ໍ​ຢູ່​ກັບ​ທີ່, ກອງ​ຮ້ອຍ​​ຊ່າງ​ແສງໜຶ່ງກອງ​ເພື່ອ​​ຮອດ​ເວ​ລາ​ໃດ​ບັນ​ລຸ​ໄດ້ມາດ​ຖານຢ່າງ​ພຽງ​ພໍ ແລະ ​ໄດ້​ຮັບ​ການກວດ​ກາ, ຮັບ​ຮອງ​ຈາກ ສ​ປ​ຊ ແລ້ວ ພວກ​ເຮົາ​ຈະ​ສົ່ງ​ກຳ​ລັງ​ນີ້​ໄປ​ຍັງ​ເຂດ​ປະ​ຊາ​ຄົມ​ໂລກ​ຕ້ອງ​ການ.”


ຕອບກັບ

ຂ່າວ/ບົດ​ອື່ນ