ເຄື່ອງກວດຫາເຊື້ອ ໂຄວິດ 19 ໂດຍຫວຽດນາມຜະລິດ ແມ່ນທັດທຽມກັບຫລາຍປະເທດໃນໂລກ

(VOVWORLD) -ຕໍ່ຫນ້າສະພາບການໂລກລະບາດໂຄວິດ 19 ອາດຈະເກີດຂຶ້ນຄັ້ງທີ 2, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງວ່າ: ໄລຍະຈະມາເຖິງ ຄວນຕັ້ງຫນ້າຊຸກຍູ້ບັນດາໂຄງການຄົ້ນຄວ້າ, ຜະລິດ ວັກແຊງ.  

ທີ່ການເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃນຕອນເຊົ້າວັນທີ 30 ມິຖຸນາ ຢູ່ ຮ່າໂນ້ຍ, ບັນດາຜູ້ຊ່ຽວຊານຂັ້ນສູງໃຫ້ຮູ້ວ່າ: ມາຮອດຈຸດເວລານີ້ ຫວຽດນາມ ຜະລິດໄດ້ ຊຸດ Kit ຫາເຊື້ອໂຄວິດໃຫ້ຜົນໄວ ຊື່ງບໍ່ຕ້ອງການເຄືື່ອງຈັກ ແລະ ຊຸດ Kit ອີກປະເພດຫນຶ່ງນຳໃຊ້ໃນເຄື່ອງວິໄຈ ELISA ທັງກວດຫາເຊື້ອ ໂຄວິດ 19 ທັງຫາເຊື້ອ HIV ແລະ ໄຂ້ເລືອດອອກ. ຄຽງຄູ່ກັນນັ້ນ ຫວຽດນາມ ກໍ່ຜະລິດໄດ້ Kit 2 ປະເພດຮັບໃຊ້ການວິໄຈດ້ວຍເຄື່ອງຈັກ PCR.

ຕໍ່ຫນ້າສະພາບການໂລກລະບາດໂຄວິດ 19 ອາດຈະເກີດຂຶ້ນຄັ້ງທີ 2, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງວ່າ: ໄລຍະຈະມາເຖິງ ຄວນຕັ້ງຫນ້າຊຸກຍູ້ບັນດາໂຄງການຄົ້ນຄວ້າ, ຜະລິດ ວັກແຊງ.  ກະຊວງສາທາລະນະສຸກ ຕ້ອງສ້າງແຜນການດັດປັບຍຸດທະສາດການວິໄຈ.

ຕອບກັບ

ຂ່າວ/ບົດ​ອື່ນ