ເຄື່ອງຊ່ວຍເຫຼືອຈາກສາກົນໃຫ້ແກ່ເຂດ ກາຊາ ຖືກຕິດຄ້າງຢູ່ຊາຍແດນ ອີຢິບ

(VOVWORLD) - ການມີໜ້າຂອງກຳລັງທະຫານຢູ່ເຂດຊາຍແດນ Rafah ແລະ ບັນດາການເຄື່ອນໄຫວດ້ານການທະຫານ ເຮັດໃຫ້ຂະບວນລົດຂົນສົ່ງເຄື່ອງຊ່ວຍເຫຼືອ ແລະ ຜູ້ຂັບລົດປະສົບກັບຄວາມອັນຕະລາຍ.
ເຄື່ອງຊ່ວຍເຫຼືອຈາກສາກົນໃຫ້ແກ່ເຂດ ກາຊາ ຖືກຕິດຄ້າງຢູ່ຊາຍແດນ ອີຢິບ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry
(ພາບ: AFP/TTXVN)

        ວັນທີ 20 ພຶດສະພາ, ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ ຢູ່ ກາຍໂຣ (ປະເທດ ອີຢິບ), ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ໃຫ້ຮູ້ວ່າ, ການມີໜ້າຂອງກຳລັງທະຫານຢູ່ເຂດຊາຍແດນ Rafah ແລະ ບັນດາການເຄື່ອນໄຫວດ້ານການທະຫານ ເຮັດໃຫ້ຂະບວນລົດຂົນສົ່ງເຄື່ອງຊ່ວຍເຫຼືອ ແລະ ຜູ້ຂັບລົດປະສົບກັບຄວາມອັນຕະລາຍ. ໃນຂະນະນັ້ນ, ມີຫຼາຍເຂດຢູ່ ກາຊາ ມີຄວາມສ່ຽງເກີດໄພອຶດຫິວ ພາຍຫຼັງເກີດການປະທະກັນເປັນເວລາກວ່າ 7 ເດືອນ. ທ່ານ Sameh Shoukry ຮຽກຮ້ອງໃຫ້ ອິດສະຣາແອັນ ເປີດບັນດາເສັ້ນທາງບົກອື່ນຄືນໃໝ່ໂດຍໄວ ເພື່ອສະໜອງເຄື່ອງຊ່ວຍເຫຼືອ.

        ໃນເຫດການທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານ Karim Khan, ຫົວໜ້າໄອຍະການຂອງສານອາຍາສາກົນ (ICC) ໄດ້ສະເໜີໃຫ້ ICC ອອກໝາຍຈັບຕົວນາຍົກລັດຖະມົນຕີ ອິດສະຣາແອັນ, ລັດຖະມົນຕີກະຊວງປ້ອງກັນປະເທດ, ກໍຄືບັນດາຫົວໜ້າແຖວໜ້າຂອງຂະບວນການອິດສະລາມ ຮາມາດ ຍ້ອນບັນດາການກະທຳຂອງເຂົາເຈົ້າ ໃນການປະທະກັນທີ່ແກ່ຍາວເປັນເວລາກວ່າ 7 ເດືອນຜ່ານມາຢູ່ເຂດ ກາຊາ.

        ທັງລັດຖະບານ ອິດສະຣາແອັນ ແລະ ຂະບວນການອິດສະລາມ ຮາມາດ ລ້ວນແຕ່ຄັດຄ້ານການຮຽກຮ້ອງຂອງຫົວໜ້າໄອຍະການ ICC.

ຕອບກັບ

ຂ່າວ/ບົດ​ອື່ນ