ເຄົາລົບກົດໝາຍສາກົນ ແມ່ນພື້ນຖານຮັບປະກັນ ສັນຕິພາບ


ເຄົາລົບກົດໝາຍສາກົນ ແມ່ນພື້ນຖານຮັບປະກັນ ສັນຕິພາບ - ảnh 1

ທ່ານຟ້າມບິງມິກ່າວປາໄສທີ່ວາລະປະຊຸມປຶກສາຫາລື

ຂັ້ນສູງສະມັດຊາໃຫ່ຍ ສປຊ ຊຸດທີ 69

(ພາບ: Lê Dương - TTXVN)

(vovworld) –​​​ແຕ່ວັນ​ທີ 24-30/9, ຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ​ໄດ້​ຈັດ​ວາລະ​ປະຊຸມ​ປຶກສາ​ຫາລື​ຂັ້ນສູງ ສະມັດຊາ​ໃຫ່ຍ ສປຊ ຊຸດ​ທີ 69 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງປະມຸກ​ລັດ 144 ທ່ານ ​ແລະ ການ​ນຳ​ຂັ້ນສູງ​ປະ​ເທດ​ຕ່າງໆ​ອີກ​ຫຼາຍ​ທ່ານ. ຕອນ​ບ່າຍ​ວັນ​ທີ 27/9, ຕາງໜ້າ​ລັດຖະບານ​ຫວຽດນາມ, ທ່ານ​ຟ້າ​ມບິງ​ມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄດ້​ມີ​ບົດ​ກ່າວ​ປາ​ໄສ, ​ແບ່ງປັນ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ບັນດາ​ບັນຫາ​ສາກົນ​ພົນ​ເດັ່ນ​ຂຶ້ນ​ໃນ​ປະຈຸ​ບັນ, ຍົກ​ອອກ​ສານ ​ແລະ ການປະກອບສ່ວນ​ຂອງ​ຫວຽດນາມ ສຳລັບ​ການ​ແກ້​ໄຂ​ບັນດາ​ບັນຫາ​ທົ່ວ​ໂລກ​ຊື່​ງປະຊາ​ຄົມ​ໂລກ​ພວມ​ສົນ​ໃຈ.

  ທ່ານ​ຟ້າ​ມບິງ​ມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດຮຽກ ຮ້ອງ​ໃຫ້ ສປຊ ​ແລະ ບັນດາ​ປະ​ເທດສະ​ມາ​ຊິກ ຈົ່ງ​ມານະ​ພະຍາຍາມ​ສູ້​ຊົນ​ກ່ວາ​ອີກ​ໃນ​ການ​ເພີ່ມ​ທະວີ​ສັນຕິພາບ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ, ສະກັດ​ກັ້ນ​ໄພ​ເກີດການ​ປະ​ທະ​ກັນ​ ​ແລະ ຊອກ​ຫາ​ມາດ​ຕະການ​ຢຸດຕິ​ບັນດາ​ການ​ປະ​ທະ​ກັນ​ໃນ​ປະຈຸ​ບັນ. ທ່າ​ນຊີ້​ແຈ້ງວ່າ: “ເຄົາລົບກົດໝາຍສາກົນແມ່ນພື້ນຖານຮັບປະກັນສັນຕິພາບ, ຮັບໃຊ້ການພັດທະນາແບບຍືນຍົງ“. ທ່ານ​ຟ້າ​ມບິງ​ມິ​ງ ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ ກໍ່​ເຄົາ​ລົບ​ນັບຖື​ບົດບາດ, ສຽງ​ເວົ້າຂອງ​ບັນດາ​ລະບອບ, ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ​ໃນ​ນັ້ນມີ ສປຊ ທີ່​ມີ​ຕໍ່​ບັນດາ​ບັນຫາ​ຄວາມ​ສະຫງົບ​ປອດ​ໄພ, ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ຫວຽດນາມ ພວມ​ຕັ້ງໜ້າ​ເຂົ້າຮ່ວມ​ວິວັດ​ການ​ສ້າງ​ໂຄງານດຳ​ເນີນ​ງານ​ກ່ຽວ​ກັບ​ການ​ພັດທະນາ​ຫຼັງ​ປີ 2015; ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ ສປຊ ອາຍຸ​ການ 2014-2016./.

ຂ່າວ/ບົດ​ອື່ນ