ເງິນຕາຕ່າງປະເທດປີ 2021 ຄາດວ່າບັນລຸ 12,5 ຕື້ USD

(VOVWORLD) -ຄາດວ່າ ແຕ່ລະປີຈຳນວນເງິນຕາຕ່າງປະເທດໃນຂົງເຂດຜະລິດ ດຳເນີນທຸລະກິດກວມເອົາປະມານ 30%, ອະສັງຫາລິມະຊັບປະມານ 25%.
ເງິນຕາຕ່າງປະເທດປີ 2021 ຄາດວ່າບັນລຸ 12,5 ຕື້ USD - ảnh 1(ພາບປະກອບ: baodauthau.vn)

ຕາມຕົວເລກຫຼ້າສຸດໂດຍທະນາຄານແຫ່ງລັດ ຫວຽດນາມ ປະກາດ, ກະແສເງິນຕາຕ່າງປະເທດທີ່ສົ່ງມາ ຫວຽດນາມ ໃນປີ 2021 ບັນລຸປະມານ 12,5 ຕື້ USD, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2020.

        ຕາມວົງການນັກຊ່ຽວຊານແລ້ວ, ຄາດວ່າ ແຕ່ລະປີຈຳນວນເງິນຕາຕ່າງປະເທດໃນຂົງເຂດຜະລິດ ດຳເນີນທຸລະກິດກວມເອົາປະມານ 30%, ອະສັງຫາລິມະຊັບປະມານ 25%. ວົງການນັກຊ່ຽວຊານກໍ່ໃຫ້ຂໍ້ສັງເກດວ່າ, ຈຳນວນເງິນຕາຕ່າງປະເທດ ໄດ້ປະກອບສ່ວນເພີ່ມທະວີແຫຼ່ງເງິນຕາຕ່າງປະເທດຢູ່ພາຍໃນປະເທດເພີ່ມຂຶ້ນສູງ. ສິ່ງດັ່ງກ່າວໝາຍຄວາມວ່າ ແຫຼ່ງສະໜອງ - ຄວາມຕ້ອງການດ້ານເງິນຕາຕ່າງປະເທດໃນຕະຫຼາດຈະມີຄວາມດຸ່ນດ່ຽງ ແລະ ຊ່ວຍອັດຕາແລກປ່ຽນເງິນຕາ USD/VND ຢູ່ໃນສະພາບປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ