ເງິນ​ລົງທຶນຈາກ​ຕ່າງປະ​ເທດ ​ຫຼັ່ງ​ໄຫຼເຂົ້າ​ມາ​ຫວຽດນາມ ພາຍຫຼັງ​ໄລຍະ 5 ​ເດືອນ​ຕົ້ນ​ປີ 2020 ບັນລຸ​ເກ​ືອບ 13,9 ຕື້

(VOVWORLD) -ສິງກະໂປ ແມ່ນປະເທດ ຢືນອັນດັບໜຶ່ງ, ຖັດມາແມ່ນ ໄທ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ຮົ່ງກົງ (ຈີນ)... ຕາມລໍາດັບ.
ເງິນ​ລົງທຶນຈາກ​ຕ່າງປະ​ເທດ ​ຫຼັ່ງ​ໄຫຼເຂົ້າ​ມາ​ຫວຽດນາມ ພາຍຫຼັງ​ໄລຍະ 5 ​ເດືອນ​ຕົ້ນ​ປີ 2020 ບັນລຸ​ເກ​ືອບ 13,9 ຕື້ - ảnh 1 (ພາບປະກອບ: thanhnien.vn)

        ຕາມບົດລາຍງານຫຼ້າສຸດຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມທີ່ ຫາກໍປະກາດໂດຍໃຫ້ຮູ້ວ່າ ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນເດືອນພຶດສະພາ 2020 ບັນລຸກວ່າ 1,55 ຕື້ USD, ຍົກຍອດເງິນລົງທຶນ FDI ເຂົ້າມາລົງທຶນຢູ່ຫວຽດນາມ ພາຍຫຼັງໄລຍະ 5 ເດືອນຕົ້ນປີ 2020 ບັນລຸເກືອບ 13,9 ຕື້ USD. ຖ້າທຽບໃສ່ໄລຍະດຽວກັນຂອງປີ 2019 ແມ່ນ ຫຼຸດລົງ 17%, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ເງິນລົງທຶນ FDI ເຂົ້າມາຫວຽດນາມ ໃນ 5 ເດືອນຕົ້ນປີ 2020 ຍັງສືບຕໍ່ເພີ່ມຂຶ້ນສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງຊຸມປີກ່ອນໆ. ໃນນັ້ນມີທັງໝົດ 96 ປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ເຂົ້າມາລົງທຶນຢູ່ຫວຽດນາມ. ສິງກະໂປ ແມ່ນປະເທດ ຢືນອັນດັບໜຶ່ງ, ຖັດມາແມ່ນ ໄທ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ຮົ່ງກົງ (ຈີນ)... ຕາມລໍາດັບ.

ຕອບກັບ

ຂ່າວ/ບົດ​ອື່ນ