ເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມເພີ່ມຂຶ້ນແຮງພາຍຫຼັງເຫດການ APEC

(VOVWORLD) -ທ່ານ ວູ້ຕ້ຽນໂລກ, ປະທານຫ້ອງການການຄ້າ ອຸດສາຫະກຳຫວຽດນາມ ໃຫ້ຮູ້ວ່າ ຜົນສຳເລັດຂອງປີ APEC 2017 ໄດ້ສ້າງກະແສຟອງລົງທຶນຈາກບັນດາພື້ນຖານເສດຖະກິດອາຊີຕາເວັນອອກສ່ຽງເໜືອເພີ່ມຂຶ້ນແຮງ ແລະ ເປັນແກ່ນສານສຳລັບການລົງທຶນຂອງຕ່າງປະເທດເຂົ້າຫວຽດນາມ
ເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມເພີ່ມຂຶ້ນແຮງພາຍຫຼັງເຫດການ APEC - ảnh 1ທ່ານ ວູ້ຕ້ຽນໂລກ, ປະທານຫ້ອງການການຄ້າ ອຸດສາຫະກຳຫວຽດນາມ  

ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບກາລະໂອກາດລົງທຶນເຂົ້ານະຄອນ ດານັ້ງ ພາຍຫຼັງຜົນສຳເລັດຂອງປີ APEC 2017 ຊຶ່ງຫາກໍຖືກຈັດຂຶ້ນໃນຕອນເຊົ້າວັນທີ 28 ກຸມພາ, ທ່ານ ວູ້ຕ້ຽນໂລກ, ປະທານຫ້ອງການການຄ້າ ອຸດສາຫະກຳຫວຽດນາມ ໃຫ້ຮູ້ວ່າ ຜົນສຳເລັດຂອງປີ APEC 2017 ໄດ້ສ້າງກະແສຟອງລົງທຶນຈາກບັນດາພື້ນຖານເສດຖະກິດອາຊີຕາເວັນອອກສ່ຽງເໜືອເພີ່ມຂຶ້ນແຮງ ແລະ ເປັນແກ່ນສານສຳລັບການລົງທຶນຂອງຕ່າງປະເທດເຂົ້າຫວຽດນາມ.

     ຕາມທ່ານ ວູ້ຕ້ຽນໂລກ ແລ້ວ, ພາຍຫຼັງ ຜົນສຳເລັດຂອງປີ APEC 2017 ແລະ ສັບປະດາຂັ້ນສູງ APEC 2017, ຫວຽດນາມ ແລະ ນະຄອນດານັ້ງພວມກາຍເປັນສະຖານທີ່ດຶງດູດຄວາມສົນໃຈຂອງບັນດາພື້ນຖານເສດຖະກິດໃນໂລກ. ພາຍຫຼັງປີ APEC 2017, ກະແສຟອງລົງທຶນເຂົ້າຫວຽດນາມໄດ້ເພີ່ມຂຶ້ນແຮງ ແລະ ໄດ້ມີການຫັນປ່ຽນຫຼາຍພໍສົມຄວນ.

 ສຳລັບຂົງເຂດເຕັກໂນໂລຢີສູງມີມູນຄ່າເພີ່ມພິເສດ, ຫວຽດນາມມີແງ່ຫວັງດຶງດູດບັນດານັກລົງທຶນທີ່ມາຈາກເອີລົບ, ອາເມລິກາ, ສອດຄ່ອງກັບການກຳນົດທິດພັດທະນາແບບຍືນຍົງຄື ການເຕີບໂຕຂຽວ. ຢູ່ນະຄອນດານັ້ງ, ຄວນສືບຕໍ່ຫນູນຊ່ວຍວິສາຫະກິດ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງເງື່ອນໄຂທີ່ດີສຸດໃຫ້ແກ່ບັນດານັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ