ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ​ໄຫຼ​ເຂົ້າ ຫວຽດ​ນາມ ໃນ​ 6 ເດືອນ​ຜ່ານ​ມາ ບັນ​ລຸ ກວ່າ 14 ຕື້ USD

(VOVWORLD) -ໄລ່ມາຮອດວັນທີ 20 ມິຖຸນາ 2022, ເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ຈົດທະບຽບສະໜອງໃໝ່, ປັບປຸງ ແລະ ປະກອບທຶນຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດ ແມ່ນບັນລຸກວ່າ 14 ຕື້ USD.
ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ​ໄຫຼ​ເຂົ້າ ຫວຽດ​ນາມ ໃນ​ 6 ເດືອນ​ຜ່ານ​ມາ ບັນ​ລຸ ກວ່າ 14 ຕື້ USD - ảnh 1(ພາບປະກອບ: TTXVN)

ຕາມກົມການລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມແລ້ວ, ໄລ່ມາຮອດວັນທີ 20 ມິຖຸນາ 2022, ເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ຈົດທະບຽບສະໜອງໃໝ່, ປັບປຸງ ແລະ ປະກອບທຶນຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດ ແມ່ນບັນລຸກວ່າ 14 ຕື້ USD. ກົມການລົງທຶນຕ່າງປະເທດໃຫ້ຮູ້ວ່າ ເງິນລົງທຶນຕ່າງປະເທດປະຕິບັດບັນດາໂຄງການລົງທຶນຕ່າງປະເທດ ໃນ 6 ເດືອນຕົ້ນປີ 2022 ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ບັນດາວິສາຫະກິດພວມຟື້ນຟູຢ່າງບໍ່ຢຸດຢັ້ງ, ຮັກສາ ແລະ ເປີດກວ້າງການເຄື່ອນໄຫວຜະລິດດຳເນີນທຸລະກິດ.

        ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ໃນຈຳນວນ 21 ຂະແໜງການເສດຖະກິດຂອງ ຫວຽດນາມ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງສືບຕໍ່ຢືນອັນດັບທີ 1; ຢືນອັນດັບທີ 2 ແມ່ນຂະແໜງດຳເນີນທຸລະກິດອະສັງຫາລິມະສັບ.

        ຕາມຄູ່ຮ່ວມມືລົງທຶນ, ມີ 84 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າມາລົງທຶນຢູ່ ຫວຽດນາມ ໃນ 6 ເດືອນຕົ້ນປີ 2022. ໃນນັ້ນ, ສິງກະໂປ ນຳໜ້າດ້ວຍເງິນລົງທຶນທັງໝົດກວ່າ 4,1 ຕື້ USD; ສ.ເກົາຫຼີ ຢືນອັນດັບທີ 2, ແດນມາກຢືນອັນດັບທີ 3; ຖັດຈາກນັ້ນແມ່ນ ຈີນ, ຍີ່ປຸ່ນ, ຮົ່ງກົງ (ຈີນ).


ຕອບກັບ

ຂ່າວ/ບົດ​ອື່ນ