ເງິນລົງທຶນໂດຍກົງຈາກຕ່າງປະເທດໃນເດືອນ 2 ບັນລຸເກືອບ 1,2 ຕື້USD

ເງິນລົງທຶນໂດຍກົງຈາກຕ່າງປະເທດໃນເດືອນ 2 ບັນລຸເກືອບ 1,2 ຕື້USD - ảnh 1
ພາບປະກອບ

(vovworld) - ​ໃນ​ເດືອນ 2, ສະພາບ​ການ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ມີ​ການ​ດັບ​ປັບ​ດີ​ພໍ​ສົມຄວນ, ​ໄລ່​ມາ​ຮອດ​ວັນ​ທີ 20/2 ມີ 40 ​ໂຄງການ​ໄດ້​ຮັບ​ໃບ​ຢັ້ງຢືນ​ລົງທຶນ​ໃໝ່​ຕືມອີກ, ດ້ວຍ​ຍອດ​ທຶນ​ຈົດ​ທະບຽນ​ບັນລຸ​ກ່ວາ 880 ລ້ານ USD. ພ້ອມ​ກັນ​ນັ້ນ​, ມີ​ວິ​ສາ​ຫະກິດລົງທຶນຕື່ມອີກ 20 ​ແຫ່ງຈົດ​ທະບຽບ​ເປີດ​ກ້ວາງ​ໂຄງການ​ດ້ວຍ​ຍອດ​ທຶນ​ເພີ່ມ​ຂຶ້ນ​ກ່ວາ 312 ລ້ານ USD. ອຸດສາຫະກຳ​ປຸງ​ແຕ່ງ, ການ​ຜະລິດ​ອຸດສາຫພກຳ​ສືບ​ຕໍ່​ດຶງ​ດູດ​​ເງິນ​ລົງທຶນ​ຫຼາຍ​ທີ່​ສຸດ. ຕາມ​ກົ​ມ​ໃຫຍ່​ສະຖິຕິ​ຕ່າງປະ​ເທດ (ສັງກັດ​ຫະຊວງ​ແຜ​ນການ ​ແລະ ການ​ລົງທຶນ​) ​ແລ້ວ, ສະພາບ​ການ​ນຳ​ເຂົ້າ​ເກີນ​ດຸ່ນ​ໄດ້​ກັບ​ຕ່າວ​ຄືນ​ມາໃນ​ເດືອນ 2 ດ້ວຍ​ມູນ​ຄ່າ​ປະມານ 800 ລ້ານ USD. ລະອຽດ​ຄື, ວົງ​ເງິນ​ສົ່ງ​ອອກ​ຄາດ​ວ່າ​ບັນລຸ​ 8,2 ຕື້USD, ​ເພີ່​ມຂຶ້ນ​ປະມານ 15,6%​ ​ເມື່ອ​ທຽບ​ກັບ​ເດືອນ 1.

ຂ່າວ/ບົດ​ອື່ນ