ເງື່ອນ​ໄຂ​ໃນ​ການ​ຖື​ສັນ​ຊາດ ຫວຽດ​ນາມ

(VOVWORLD) -ລັດຖະບານ ຫາກໍ່ປະກາດໃຊ້ດຳລັດວ່າດ້ວຍການກຳນົດບາງມາດຕາ ແລະ ມາດຕະການຢ່າງລະອຽດໃນການປະຕິບັດກົດໝາຍວ່າດ້ວຍສັນຊາດ ຫວຽດນາມ.
ເງື່ອນ​ໄຂ​ໃນ​ການ​ຖື​ສັນ​ຊາດ ຫວຽດ​ນາມ - ảnh 1ໜັງສືຜ່ານແດນ ຫວຽດນາມ 

ດຳລັດໄດ້ກຳນົດບາງເງື່ອນໄຂໃນການຖືສັນຊາດ ຫວຽດນາມ ຕາມຂໍ້ກຳນົດຂອງ ກົດໝາຍວ່າດ້ວຍສັນຊາດ ຫວຽດນາມ ລວມມີ: ຄວາມສາມາດໃນການ ຮັບຟັງ, ເວົ້າ, ອ່ານ, ຂຽນ ພາສາຫວຽດ ທີ່ເໝາະສົມກັບສະພາບແວດລ້ອມແຫ່ງການດຳລົງຊີວິດ ແລະ ເຮັດວຽກຂອງ ຜູ້ຂໍຖືສັນຊາດ ຫວຽດນາມ. ຜູ້ຂໍຖືສັນຊາດ ຫວຽດນາມຕ້ອງເປັນຄົນທີ່ພວມເຮັດວຽກ ແລະ ດຳລົງຊີວິດ ຢູ່ ຫວຽດນາມ ແລະ ໂດຍອົງການຕຳຫຼວດທີ່ມີສິດອຳນາດຂອງ ຫວຽດນາມ ອອກບັດພັກເຊົາໃຫ້. ຄວາມສາມາດໃນການຮັບປະກັນຊີວິດການເປັນຢູ່ ຢູ່ ຫວຽດນາມຂອງ ຜູ້ຂໍຖືສັນຊາດ ໄດ້ພິສູດຜ່ານຊັບສິນ, ແຫຼ່ງລາຍຮັບທີ່ຖືກຕ້ອງຕາມກົດໝາຍ ຫຼືໄດ້ຮັບການຮັບປະກັນຈາກອົງການຈັດຕັ້ງ, ສ່ວນບຸກຄົນໃດໜຶ່ງຢູ່ ຫວຽດນາມ.

        ດຳລັດຈະມີຜົນສັກສິດເລີ່ມແຕ່ວັນທີ 20 ມີນາ 2020 ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ