ເຈິ່ນກວຽດຈ​ຽນ ຄອງແຊ້ມ​ໂລກ ໃນ​ງານ​ແຂ່ງ​ຂັນ​ສະ​ໜຸກ​ເກີ ລາຍ​ການ carom 3 cushion

(VOVWORLD) - ນັກກິລາອັນດັບໜຶ່ງ ຂອງ ຫວຽດນາມ ທ້າວ ເຈິ່ນກວຽດຈຽນ ໄດ້ເອົາຊະນະຕໍ່ Sameh Sidhom ເຊິ່ງເປັນຄົນ ອີຢິບ ແລະ ໄດ້ຄອງແຊ້ມໂລກ ໃນການແຂ່ງຂັນ ສະໜຸກເກີ ລາຍການ carom 3 cushion. 
ເຈິ່ນກວຽດຈ​ຽນ  ຄອງແຊ້ມ​ໂລກ ໃນ​ງານ​ແຂ່ງ​ຂັນ​ສະ​ໜຸກ​ເກີ ລາຍ​ການ carom 3 cushion - ảnh 1ເຈິ່ນກວຽດຈຽນ (ຜູ້ທີ 2 ນັບແຕ່ຊ້າຍມາ) ຄອງແຊ້ມໂລກ World Cup Porto (ພາບ: UMB)

ຕອນຄ່ຳວັນທີ 2 ກໍລະກົດ, ຢູ່ນະຄອນ Porto, ປະເທດ ປອກຕຸຍການ, ນັກກິລາອັນດັບໜຶ່ງ ຂອງ ຫວຽດນາມ ທ້າວ ເຈິ່ນກວຽດຈຽນ ໄດ້ເອົາຊະນະຕໍ່ Sameh Sidhom ເຊິ່ງເປັນຄົນ ອີຢິບ ແລະ ໄດ້ຄອງແຊ້ມໂລກ ໃນການແຂ່ງຂັນ ສະໜຸກເກີ ລາຍການ carom 3 cushion. ເຈິ່ນກວຽດຈຽນ ພວມເປັນນັກກິລາອັນດັບໜຶ່ງຂອງ ຫວຽດນາມ ແລະ ຖືກຈັດໃນອັນດັບທີ 10 ຂອງໂລກ.

ນີ້ເປັນຄັ້ງທີ 2 ໃນປະຫວັດສາດ, ສະໜຸກເກີ carom 3 cushion ຫວຽດນາມ ຍາດໄດ້ແຊ້ມໂລກ ແລະ ເຈິ່ນກວຽດຈຽນ ກໍເປັນນັກກິລາທີ່ໄດ້ແຊ້ມຢູ່ທັງສອງຄັ້ງດັ່ງກ່າວ. ດ້ວຍຜົນງານທີ່ໜ້າປະທັບໃຈນີ້, ເຈິ່ນກວຽດຈຽນ ສາມາດບືນຕົວຂຶ້ນຢືນອັນດັບແຖວໜ້າໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ