ເຈລະຈາຍຸດທະສາດຂັ້ນສູງຫວຽດນາມ-ມາເລເຊຍ

ເຈລະຈາຍຸດທະສາດຂັ້ນສູງຫວຽດນາມ-ມາເລເຊຍ - ảnh 1
ພິ​ທີ​ລົງ​ນາມ​ໃນ​ຖະ​ແຫລງ​ການ​ກ່ຽວ​ກັບ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ມາ​ເລ​ເຊຍ ເມື່ອ​ເດືອນ 8/2015

(vovworld)- ວັນ​ທີ 4/4, ໂດຍ​ຜັນ​ຂະ​ຫຍາຍ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ ແລະ ມາ​ເລ​ເຊຍ, ​ທ່ານ ຫວູກວາງ​ມີງ, ຜູ້​ຊ່ວຍ​ວຽກລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ພ​ອ້ມ​ກັບ​ຮອງ​ເລ​ຂາ​ທິ​ການ ກະ​ຊວງ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ, ທ່ານ Dato Muhammad Shahrullkram Yaakob, ເປັນ​ປະ​ທານ​ຮ່ວມ​ກອງ​ປະ​ຊ​ຸມ​ຍຸດ​ທະ​ສາດ​ເຈົ້າ​ຫນ້າທີ່​ຂັ້ນ​ສູງ​ຄັ້ງ​ທີ​ຫນຶ່ງ ລະ​ຫວ່າ​ງ​ຫວຽດ​ນາມ ແລະ ມາ​ເລ​ເຊຍ ຢູ່ ຮ່າ​ໂນ​້ຍ. ທີ່​ກອງ​ປະ​ຊຸມ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ແລະ ເປັນ​ເອ​ກະ​ພາບ​ຫລາຍ​ມາດ​ຕະ​ການ​ລະ​ອຽດ ເພື່ອ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ ມີ​ການ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ການ​ພົບ​ປະ​ຂັ້ນ​ສູງ.  ໃນ​ຕໍ່​ຫນ້າ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 5 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ຝ່າຍ ກ່ຽວ​ກັບ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ ຫວຽດ​ນາມ ແລະ ມ​າ​ເລ​ເຊຍ ໃນ​ປີ 2016, ຕັ້ງ​ຫນ້າ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 15 ຕື້ USD ໃນ​ປີ 2020. ຄຽງ​ຄູ່​ການ​ຮ່ວມ​ມື​ສອງ​ຝ່າຍ, ສອງ​ຝ່າຍ​ກໍ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາກົນ ແລະ ພາກ​ພື້ນ ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ ເຫັນ​ດີ​ຊຸກ​ຍູ້​ປະ​ຊາ​ຄົມ ອາ​ຊຽນ ກໍ​ຄື​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຮັກ​ສາ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ໃຫຍ່​ທີ່​ກ່ຽວ​ຂ້ອງ​ເຖິງ​ຄວາມ​ໝັ້ນ​ຄົງ, ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ ແລະ ຂອງ​ພາກ​ພື້ນ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ