ເຈົ້າ​ຊີວ​ິດ ບ​ຣູ​ໄນ​ ຈະ​ມາຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ບຣູໄນ Darussalam Sultan Haji Hassanal Bolkiah ຈະມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 26 - 28 ມີນາ ປີ 2019.
ເຈົ້າ​ຊີວ​ິດ ບ​ຣູ​ໄນ​ ຈະ​ມາຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ບຣູໄນ Darussalam Sultan Haji Hassanal Bolkiah (ພາບ:  AFP/TTXVN) 

ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຟູ້ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ບຣູໄນ Darussalam Sultan Haji Hassanal Bolkiah ຈະມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 26 - 28 ມີນາ ປີ 2019.

ການສະເດັດຢ້ຽມຢາມ ຫວຽດນາມ ຂອງ ເຈົ້າຊີວິດ ບຣູໄນ ຄັ້ງນີ້ ຈະແມ່ນຫຼັກໝາຍໃໝ່ໃນຕະຫຼອດໄລຍະ 27ປີ ແຫ່ງການພົວພັນດ້ານການທູດລະຫວ່າງສອງລັດ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງລັດໃນທຸກໆຂົງເຂດ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ