ເຈົ້າຊີວິດລາຊະອານາຈັກ ໄທ ຂຶ້ນຄອງລາດຢ່າງເປັນທາງການ

(VOVWORLD) -  ສຳລັບປະຊາຊົນ ໄທ ຫລາຍຄົນ, ນີ້ຈະແມ່ນຄັ້ງທຳອິດພາຍຫລັງເກືອບ 70 ປີ ຈຶ່ງໄດ້ເຫັນປະຈັກຕາພິທີຂຶ້ນຄອງລາດຂອງເຈົ້າຊີວິດແຫ່ງລາຊະອານາຈັກ ໄທ.

ຕອນເຊົ້າວັນທີ 04 ພຶດສະພາ, ພະລາຊະພິທີຂຶ້ນຄອງລາດຂອງເຈົ້າຊີວິດລາຊະອານາຈັກ ໄທ ມະຫາ ວະຈິຣາລົງກອນ - ລາຊະການທີ X ຖືກຈັດຂຶ້ນຢ່າງເປັນທາງການຢູ່ພະລາດຊະວັງ, ສ້າງເປັນຂີດໝາຍເລີ່ມຕົ້ນຂອງເຈົ້າຊີວິດອົງທີ 10 ຂຶ້ນກັບລາດຊະວົງ ຈັກຣີ ເຊິ່ງມີປະຫວັດສາດມາແຕ່ປີ 1782 ຢູ່ປະເທດ ໄທ.

ເຈົ້າຊີວິດລາຊະອານາຈັກ ໄທ ຂຶ້ນຄອງລາດຢ່າງເປັນທາງການ - ảnh 1ເຈົ້າຊີວິດລາຊະອານາຈັກ ໄທ ຂຶ້ນຄອງລາດຢ່າງເປັນທາງການ (ພາບ:  Reuters)

       ສຳລັບປະຊາຊົນ ໄທ ຫລາຍຄົນ, ນີ້ຈະແມ່ນຄັ້ງທຳອິດພາຍຫລັງເກືອບ 70 ປີ ຈຶ່ງໄດ້ເຫັນປະຈັກຕາພິທີຂຶ້ນຄອງລາດຂອງເຈົ້າຊີວິດແຫ່ງລາຊະອານາຈັກ ໄທ. ບັນດາພະລາຊະພິທີຂຶ້ນຄອງລາດຂອງເຈົ້າຊີວິດ ມະຫາ ວະຈິຣາລົງກອນ ຈະດຳເນີນໃນເວລາ 3 ວັນ, ເລີ່ມແຕ່ວັນທີ 04 ພຶດສະພາ, ສ່ວນຫລາຍພະລາຊະພິທີໄດ້ດຳເນີນຢູ່ພາຍໃນພະລາດຊະວັງ ແລະ ໄດ້ຖ່າຍທອດສົດເພື່ອໃຫ້ສາມັນຊົນໄດ້ຮ່ວມປິຕິຍິນດີນຳເຫດການນີ້.

        ບັນດາພະລາຊະພິທີຂຶ້ນຄອງລາດຂອງເຈົ້າຊີວິດ ມະຫາ ວະຈິຣາລົງກອນ ຈະດຳເນີນໃນລະຫວ່າງວັນທີ 04 – 06 ພຶດສະພາ. ຕາມການຄາດຄະເນວ່າ ວັນທີ 05 ພຶດສະພາ ຈະມີປະຊາຊົນເຕົ້າໂຮມກັນຢູ່ບັນດາບໍລິເວນອ້ອມຂ້າງພະລາດຊະວັງເຖິງ 700.000 – 800.000 ຄົນ.

        ໃນວັນທີ 06 ພຶດສະພາ, ເຊິ່ງເປັນມື້ສຸດທ້າຍຂອງບັນດາພະລາຊະພິທີຂຶ້ນຄອງລາດ, ເຈົ້າຊີວິດຈະປະກົດຕົວຕໍ່ສາມັນຊົນຢູ່ພະລາດຊະວັງ ເພື່ອໄດ້ຮັບຄຳອວຍພອນຈາກປະຊາຊົນ ແລະ ພົບປະກັບຄະນະທຸຕານຸທູດຢູ່ ບາງກອກ.

ຕອບກັບ

ຂ່າວ/ບົດ​ອື່ນ