ເຈົ້າຊີວິດໄທເຊື່ອໝັ້ນຕໍ່ສາຍພົວພັນກັບຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ

(VOVWORLD) -ຫວ່າງແລ້ວນີ້, ຢູ່ບາງກອກ ປະເທດໄທ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໄທ  ຟານຈີແທ່ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດໄທ ມະຫາ ວະຊີຣາລົງກອນ
ເຈົ້າຊີວິດໄທເຊື່ອໝັ້ນຕໍ່ສາຍພົວພັນກັບຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ  - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໄທ  ຟານຈີແທ່ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດໄທ 

   ທີ່ພິທີດັ່ງກ່າວ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໄທ  ຟານຈີແທ່ງ  ໄດ້ສະແດງຄວາມເປັນກຽດ ຊຶ່ງປະທານປະເທດ ສ.ສ. ຫວຽດນາມໄດ້ແຕ່ງຕັ້ງເປັນເອກອັກຄະລັດຖະທູດຫວຽດນາມປະຈຳໄທ ແລະ ຢືນຢັນວ່າ ໃນອະຍຸການຂອງຕົນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ນ້ຳໃຈມິດຕະພາບລະຫວ່າງ  2ປະເທດ.

      ສ່ວນເຈົ້າຊີວິດໄທ ມະຫາ ວະຊີຣາລົງກອນ ໄດ້ຕີລາຄາສູງສາຍພົວພັນຢ່ສງໜິດແໜ້ນ, ການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ນັບທັງຂອບເຂດ 2 ຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍລະຫວ່າງ 2 ປະເທດ; ພະອົງສະແດງຄວາມເຊື່ອໝັ້ນວ່າ ສ່ຍນພົວພັນໄທ-ຫວຽດນາມ ຈະສືບຕໍ່ໄດ້ຮັບການປັງປຸງເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະ ການປະກອບສ່ວນໃຫ້ແກ່ສັນຕິພາບ, ວັດທະນາຖາວອນຂອງອາຊຽນ ແລະ ໃນໂລກ.  

ຕອບກັບ

ຂ່າວ/ບົດ​ອື່ນ