ເຈົາຕຽດເວິນ ໄດ້ແຕ່ງຕັ້ງເປັນໜຶ່ງໃນນັກກິລາຍິງ 10 ຄົນເປັນທູດກິລາອາຊຽນ

(VOVWORLD) -ນັກກິລາຍິງ taekwondo ຫວຽດນາມ ເຈົາຕຽດເວິນ ໄດ້ຮັບການແຕ່ງຕັ້ງຈາກ ອາຊຽນ ວ່າແມ່ນໜຶ່ງໃນຈຳນວນນັກກິລາຍິງ 10 ຄົນເປັນທູດກິລາຍິງ ອາຊຽນ.
ເຈົາຕຽດເວິນ ໄດ້ແຕ່ງຕັ້ງເປັນໜຶ່ງໃນນັກກິລາຍິງ 10 ຄົນເປັນທູດກິລາອາຊຽນ - ảnh 1ນັກກິລາຍິງ taekwondo ຫວຽດນາມ ເຈົາຕຽດເວິນ (ກາງ)
(ພາບ: TTXVN)

ບັນດານັກການທູດເຫຼົ່ານີ້ຈະນຳໃຊ້ຊື່ສຽງຂອງຕົນເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ຢູ່ພາກພື້ນ ແລະ ມອບສິດໃຫ້ແກ່ແມ່ຍິງ ຜ່ານກິລາ ແລະ ສົ່ງສານສົ່ງເສີມເຖິງປະຊາຄົມ ອາຊຽນ.

        ເຈົາຕຽດເວິນ (ເກີດປີ 1990) ແມ່ນສະມາຊິກຂອງທິມ taekwondo ຫວຽດນາມ, ດ້ວຍຜົນງານທີ່ຄວ້າໄດ້ຄື: 5 ຫຼຽນຄຳໃນການແຂ່ງຂັນກິລາຊິງແຊ້ມທົ່ວໂລກ, 2 ຫຼຽນຄຳໃນການແຂ່ງຂັນກິລາຊິງແຊັມ ອາຊີ ແລະ 1 ຫຼຽນຄຳໃນການແຂ່ງຂັນກິລາ ອາຊີຕາເວັນອອກສ່ຽງໃຕ້ ປະເພດສິນລະປະການຕໍ່ສູ່ສະແດງລວມໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ