ເຈົ້າຟ້າຍິງໄທMahaChakriSiridhomຢ້ຽມຢາມແລະເຮັດວຽກຢູ່ກວາງນາມ

ເຈົ້າຟ້າຍິງໄທMahaChakriSiridhomຢ້ຽມຢາມແລະເຮັດວຽກຢູ່ກວາງນາມ - ảnh 1
ທ່ານ ​ຫງວຽນ​ຈິ໋ນ, ຮອງປະທານແຂວງ ກວາງນາມ ຕ້ອນຮັບ​
ເຈົ້າຟ້າ​ຍິງລາຊະ​ອານາຈັກ​ໄທ Maha Chakri Siridhom
(ພາບ:dantri.com.vn)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານນາງ​ຮອງ​ປະທານປະ​ເທ​ດ ຫວຽດນາມ ຫງວຽນ​ທິຢວານ, ຕອນ​ບ່າຍ​ວັນ​ທີ 6/5, ​ເຈົ້າຟ້າ​ຍິງລາຊະ​ອານາຈັກ​ໄທ Maha Chakri Siridhom ​ໄດ້​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກວາງ​ນາມ. ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ໄທ ​ໂດຍ ​ເຈົ້າຟ້າ​ຍິງ ​Maha Chakri Siridhom ນຳ​ໜ້າ, ທ່ານ​ຫງວຽນ​ຈິ໋ນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຄັ້ງ​ນີ້​ຂອງ​ເຈົ້າຟ້າ​ຍິງ​​ໄທ ​ແມ່ນ​ໂອກາດ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ໄທ ​ເວົ້າ​ລວມ, ລະຫວ່າງ​ແຂວງ ກວາງ​ນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ໄທ​ເວົ້າ​ສະ​ເພາະ,​ ປະກອບສ່ວນ​ໂຄສະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການທ່ອງທ່ຽວ​ຂອງ​ທ້ອງ​ຖິ່ນ.

    ເຈົ້າຟ້າ​ຍິງ ​ Maha Chakri Siridhom ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຢູ່​ແຂວງ ກວາງ​ນາມ ​ເພື່ອ​ແນ​ໃສ່​ຊອກ​ຮູ້​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ, ​ໃນ​ນັ້ນ​ມີ​ການ​ຜະລິດ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ, ອຸດສາຫະກຳ; ພິ​ເສດ​ແມ່ນ​ເອົາ​ໃຈ​​ໃສ່​ເຖິງບັນດາ​ມາດ​ຕະການ​ຂອງ​ແຂວງ ກວາງ​ນາມ ​ໃນ​ຂົງ​ເຂດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ມໍລະດົກ. ​ເນື່ອງ​ໃນ​ໂອກາດ​ນີ້, ເຈົ້າຟ້າ​ຍິງ ​ Maha Chakri Siridhom ​ໄດ້​​ຢ້ຽມຢາມ​ຄຸ້ມ​ເມືອງ​ເກົ່າ​ຈຳນວນ​ໜຶ່ງ ​ແລະ ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ວັດທະນະທຳ​ຢູ່​ມໍລະດົກ​ວັດທະນະທຳ​​ໂລກ​ໂຮ້ຍອານ.

ຂ່າວ/ບົດ​ອື່ນ