ເຈົ້າໜ້າທີ່ ອາເມລິກາ ຄາດຄະເນວ່າ ເອີລົບ ຈະຢຸດຕິການໜູນຊ່ວຍ ຢູແກຼນ

(VOVWORLD) - ບັນດາພັນທະມິດ ແລະ ຄູ່ຮ່ວມມືຂອງ ອາເມລິກາ ພວມຕິດຕາມການກະທຳຂອງ ວໍຊິງເຕັນ ສຳລັບ ຢູແກຼນ ແລະ ອາດຈະຍົກອອກບັນດາຂໍ້ຕົກລົງອື່ນ

        ທີ່ການຖະແຫຼງຂ່າວນັດສາມັນໃນວັນທີ 22 ມັງກອນ, ທ່ານ John Kirby, ຜູ້ປະສານງານກ່ຽວກັບການສື່ສານຍຸດທະສາດຢູ່ ສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ໃຫ້ຂໍ້ສັງເກດວ່າ, ຫຼາຍປະເທດ ເອີລົບ ອາດຈະປະຕິເສດການໜູນຊ່ວຍ ຢູແກຼນ ຖ້າຫາກວ່າ ວໍຊິງເຕັນ ຍົກອອກຂໍ້ຕົກລົງຄືແນວນັ້ນ. ເຈົ້າໜ້າທີ່ທຳນຽບຂາວຊີ້ແຈ້ງວ່າ, ບັນດາພັນທະມິດ ແລະ ຄູ່ຮ່ວມມືຂອງ ອາເມລິກາ ພວມຕິດຕາມການກະທຳຂອງ ວໍຊິງເຕັນ ສຳລັບ ຢູແກຼນ ແລະ ອາດຈະຍົກອອກບັນດາຂໍ້ຕົກລົງອື່ນ ຖ້າຫາກວ່າ ທີ່ຕັ້ງຂອງການນຳ ອາເມລິກາ ຖືກຄອນແຄນ, ຫຼື ອາເມລິກາ ຖອນການໜູນຊ່ວຍໃຫ້ແກ່ ຢູແກຼນ.

        ຂໍ້ສັງເກດດັ່ງກ່າວຂອງທ່ານ John Kirby ໄດ້ຍົກອອກມາໃນສະພາບທີ່ ອັດຕາປະຊາຊົນຢູ່ບັນດາປະເທດ ເອີລົບ ສະໜັບສະໜູນການໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ແມ່ນລົງລະດັບຕ່ຳສຸດ, ພິເສດແມ່ນຢູ່ ອີຕາລີ. ກ່ອນໜ້ານັ້ນ, ອີຕາລີ ໄດ້ຮັບຮອງເອົາ 8 ບ້ວງເງິນໜູນຊ່ວຍດ້ານການທະຫານໃຫ້ແກ່ ກີແອັບ, ບ້ວງເງິນຫຼ້າສຸດໄດ້ອະນຸມັດຜ່ານໃນເດືອນ ທັນວາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ