ເຈົ້າໜ້າທີ່ຕັດສິນລົງໂທດ6ເປົ້າໝາຍທີ່ກ່ຽວຂ້ອງ

ເຈົ້າໜ້າທີ່ຕັດສິນລົງໂທດ6ເປົ້າໝາຍທີ່ກ່ຽວຂ້ອງ - ảnh 1
ປະຊາຊົນ ອາໄລຫາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ Nice, ປະເທດ ຝຣັ່ງ
(ພາບ: AFP/ສຳນັກຂ່າວສານ ຫວຽດນາມ)

(vovworld) – ວັນ​ທີ 21/7, ຫ້ອງການ​ໄອ​ຍະ​ການ​ນະຄອນຫຼວງ ປາ​ຣີ ອອກ​ແຈ້ງ​ການ​​ໃຫ້​ຮູ້​ວ່າ: ​ບັນດາຜູ້​ພິພາກສາ ຝຣັ່ງ ​ໄດ້​ກ່າວ​ຜູກ​ໂທດ 5 ​ເປົ້າ​ໝາຍ​ທີ່​ຖືກ​ສົງ​ໄສວ່າ​ມີ​ການ​ພົວພັນ​ກັບ Mohamed Lahouaiej Bouhlel, ຕົວ​ການ​ໄດ້​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ດ້ວຍ​ລົດ​ບັນທຸກ​ຢູ່​ນະ​ຄອນ Nice ​ໃນຄ່ຳ​ຄືນ​ວັນ​ທີ 14/7 ຜ່ານ​ມາ​ເຮັດ​​ໃຫ້ 84 ຄົນ​ເສຍ​ຊີວິດ.

        ​ໃນ​ສະພາບ​ການ​ກ່ຽວຂ້ອງ​ໃນ​ວັນ​ດຽວ​ກັນ, ຫົວໜ້າ​ອົງການ​ໄອ​ຍະ​ການ ປາຣີ ທ່ານ Francois Molins ​ໃຫ້​ຮູ້​ວ່າ: Lahouaiej Bouhlel ​ໄດ້​ມີ​ກົນອຸ​ບາຍດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ຢູ່ Nice ​ໃນ​ປີ 2015 ດ້ວຍ​ການ​ສົມຮູ້ຮ່ວມຄິດຂອງ 5 ​ເປົ້າ​ໝາຍ​ທີ່​ຖືກ​ລະ​ແວງ​ສົງ​ໄສ​ດັ່ງກ່າວ. ຂໍ້​ສັງ​ເກດ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໂດຍ​ອີງ​ໃສ່​ບັນດາ​ຮູບ​ຖ່າຍ​ໃນ​​ໂທລະສັບ​ມື​ຖືຂອງ Lahouaiej Bouhlel ກໍ່​ຄື​ອີງ​ໃສ່​ໝາກຜົນ​ຂອງ​ການ​ສືບສວນ​ສອບ​ສວນຂອງ​ນັກ​ສືບສວນກ່ວາ 400 ຄົນ ​ແລະ ການ​ໄຈ້​​ແຍກ​​ເທບ​ບັນທຶກ​ສຽງ​ກ່ຽວ​ກັບເນື້ອ​ໃນ​ບັນດາການ​ລົມ​​ໂທລະສັບ​ຂອງ Bouhlel.

 



ຂ່າວ/ບົດ​ອື່ນ