ເຈົ້າ​ໜ້າ​ທີ່​ຕຳຫຼວດ ຫວຽດ​ນາມ 3 ​ທ່ານ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້

(VOVWORLD) -ມາຮອດປັດຈຸບັນ, ຫວຽດນາມ ມີເຈົ້າໜ້າທີ່ຕຳຫຼວດ 8 ທ່ານໄດ້ຮັບການກວດກາ ຈາກ ສປຊ ແລະ ບັນລຸໄດ້ບັນດາຄວາມຮຽກຮ້ອງກ່ຽວກັບການເຂົ້າຮ່ວມກຳລັງປົກປັກຮັກສາສັນຕິພາບ.
ເຈົ້າ​ໜ້າ​ທີ່​ຕຳຫຼວດ ຫວຽດ​ນາມ 3 ​ທ່ານ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້ - ảnh 1ທ່ານ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມມອບຂໍ້ຕົກລົງໃຫ້ແກ່ເຈົ້າໜ້າທີ່ ຕຳຫຼວດ 3 ທ່ານ (ພາບ: TTXVN)

ວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດ 3 ທ່ານເຊິ່ງແມ່ນ ທ່ານພັນເອກ ເລກວັກຮູຍ, ທ່ານພັນຕີ ຫວູວຽດຮຸ່ງ ແລະ ທ່ານພັນຕີ ນາງເລືອງທິຈ່າວິງ ເພື່ອໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ (ຄະນະປະຕິບັດງານ UNMISS). ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ເນັ້ນໜັກວ່າ ກະຊວງຕຳຫຼວດ ຫວຽດນາມ ໄດ້ສົ່ງເຈົ້າໜ້າທີ່ຕຳຫຼວດ 3 ທ່ານ ເຂົ້າຮ່ວມກຳລັງຮັກສາ ສັນຕິພາບ ສປຊ ຢູ່ ຊູດັງໃຕ້ ແມ່ນຂີດໝາຍສຳຄັນ, ແມ່ນຈຸດພົ້ນເດັ່ນໃນການເຄື່ອນໄຫວການຕ່າງປະເທດ້ານຄວາມໝັ້ນຄົງ, ແມ່ນບາດກ້າວໃນການເຊື່ອມໂຍງ, ຮ່ວມມື, ພັດທະນາຢ່າງຮອບດ້ານ, ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນ ເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ການເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ສປຊ ກໍ່ຄືສະແດງໃຫ້ເຫັນບາດກ້າວພັດທະນາໃໝ່ກ່ຽວກັບລະດັບເຊື່ອມໂຍງເຂົ້າກັບສາກົນຂອງ ຕຳຫຼວດ ຫວຽດນາມ, ປະກອບສ່ວນຫັນຄຳໝັ້ນສັນຍາຂອງພັກ ແລະ ລັດ ຫວຽດນາມທີ່ໄດ້ຍົກອອກມາກັບປະຊາຄົມສາກົນໃຫ້ປະກົດຜົນເປັນຈິງ ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນ ແລະ ໂລກ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດ, ໃນນັ້ນມີການປະກອບສ່ວນຂອງກະຊວງຕຳຫຼວດຫວຽດນາມບົນເວທີສາກົນ.

        ມາຮອດປັດຈຸບັນ, ຫວຽດນາມ ມີເຈົ້າໜ້າທີ່ຕຳຫຼວດ 8 ທ່ານໄດ້ຮັບການກວດກາ ຈາກ ສປຊ ແລະ ບັນລຸໄດ້ບັນດາຄວາມຮຽກຮ້ອງກ່ຽວກັບການເຂົ້າຮ່ວມກຳລັງປົກປັກຮັກສາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ