ເຈົ້າໜ້າທີ່ປາແລັດສະຕິນກ່າວເຕືອນ UAE ກ່ຽວກັບຜົນຮ້າຍຢ້ອນຫຼັງຈາກຂໍ້ຕົກລົງສັນຕິພາບກັບອິດສະຣາແອັນ

(VOVWORLD) -ການຕັດສິນໃຈລົງນາມໃນຂໍ້ຕົກລົງສັນຕິພາບກັບອິດສະຣາແອັນ ຈະພາໄປເຖິງເລື່ອງບັນດາປະເທດສະຫະລັດອາຣັບເອັມມີເຣດ ຈະຖືກຕົກຢູ່ໂດດດຽວກັບໂລກອາຣັບ.

ເຈົ້າໜ້າທີ່ປາແລັດສະຕິນກ່າວເຕືອນ UAE ກ່ຽວກັບຜົນຮ້າຍຢ້ອນຫຼັງຈາກຂໍ້ຕົກລົງສັນຕິພາບກັບອິດສະຣາແອັນ - ảnh 1ຜູ້ແຫ່ຂະບວນປະທ້ວງຄັດຄ້ານຂໍ້ຕົກລົງ

(ພາບ: AFP)

ວັນທີ 20 ສິງຫາ, ທ່ານ Azzam el-Ahmad, ສະມາຊິກຂັ້ນສູງຂະບວນການ Fata ຂອງທ່ານປະທານາທິບໍດີປາແລັດສະຕິນ Mahmoud Abbas ຖືວ່າ, ການຕັດສິນໃຈລົງນາມໃນຂໍ້ຕົກລົງສັນຕິພາບກັບອິດສະຣາແອັນ ຈະພາໄປເຖິງເລື່ອງບັນດາປະເທດສະຫະລັດອາຣັບເອັມມີເຣດ ຈະຖືກຕົກຢູ່ໂດດດຽວກັບໂລກອາຣັບ.

        ທ່ານ Ahmad ຢືນຢັນວ່າ, ຂໍ້ຕົກລົງຂອງ UAE ກັບອິດສະຣາແອັນ ແມ່ນຂັດແຍ້ງກັນກັບຂໍ້ລິເລີ່ມສັນຕິພາບອາຣັບ ເມື່ອປີ 2002. ຕາມນັ້ນແລ້ວ, ບໍ່ວ່າຂໍ້ຕົກລົງຫັນການພົວພັນໃຫ້ເປັນປົກກະຕິພຽງລຳພັງຝ່າຍດຽວຂອງບັນດາປະເທດໃດໃນກຸ່ມອາຣັບ ກັບອິດສະຣາແອັນ ກໍ່ລ້ວນແຕ່ຖືກ “ປະຕິເສດ”.

        ໃນຂະນະນັ້ນ, ໂຄສົກຂອງປະທານາທິບໍດີປາແລັດສະຕິນ, ທ່ານ Abu Rudeineh ເນັ້ນໜັກວ່າ, ເລື່ອງປະຕິບັດຂໍ້ຕົກລົງສັນຕິພາບອາຣັບ “ແມ່ນການທົດສອບຕໍ່ຫຼັກໝັ້ນຂອງບັນດາປະເທດອາຣັບ ກ່ຽວກັບ ເຢລູຊາແລັມ ຢ່າງແທ້ຈິງ”.

ຕອບກັບ

ຂ່າວ/ບົດ​ອື່ນ