ເຈົ້າ​ໜ້າ​ທີ່ຫຼາຍ​​ຂັ້ນ​ສູງຫຼາຍ​ຄົນ​ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໃໝ່ Bloomberg ຢູ່ ສິງ​ກະ​ໂປ

(VOVWORLD) -ຄາດວ່າ ເວທີປາໄສ ເສດຖະກິດໃໝ່ Bloomberg ທີ່ຈະຈັດຂຶ້ນໂດຍກົງຢູ່ ສິງກະໂປ ໃນລະຫວ່າງວັນທີ 16 – 19 ພະຈິກ. 
ເຈົ້າ​ໜ້າ​ທີ່ຫຼາຍ​​ຂັ້ນ​ສູງຫຼາຍ​ຄົນ​ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໃໝ່ Bloomberg ຢູ່ ສິງ​ກະ​ໂປ - ảnh 1(ພາບປະກອບ: TTXVN)

  ຄາດວ່າ ໃນເວທີປາໄສ ເສດຖະກິດໃໝ່ Bloomberg ທີ່ຈະຈັດຂຶ້ນໂດຍກົງຢູ່ ສິງກະໂປ ໃນລະຫວ່າງວັນທີ 16 – 19 ພະຈິກ ນີ້ ຈະມີການເຂົ້າຮ່ວມຂອງຜູ້ແທນກວ່າ 300 ທ່ານ ເຊິ່ງເປັນການນຳບັນດາປະເທດ, ການນຳຂົງເຂດສາທາລະນະ ແລະ CEO ກຸ່ມບໍລິສັດ, ບໍລິສັດໃຫຍ່ ມາຈາກ 51 ປະເທດ. ໃນນັ້ນມີເຈົ້າໜ້າທີ່ທີ່ມີຊື່ສຽງຫຼາຍທ່ານ.

        ເວທີປາໄສເສດຖະກິດໃໝ່ Bloomberg ປີນີ້ ຄາດວ່າຈະປຶກສາຫາລືປິ່ນອ້ອມບັນຫາທີ່ກ່ຽວຂ້ອງເຖິງການ “ສ້າງພື້ນຖານເສດຖະກິດທົ່ວໂລກຄືນໃໝ່, ປ່ຽນແປງໃໝ່ ໃຫ້ຫຼຸດພົ້ນອອກຈາກວິກິດການ”, “ກຳນົດທິດກ່ຽວກັບໂລກທີ່ຖືກແບ່ງແຍກ”, ກໍຄື 5 ຂົງເຂດເສົາຄ້ຳ ນັ້ນແມ່ນ ການເງິນ, ດິນຟ້າອາກາດ, ການຄ້າ, ບັນດານະຄອນ ແລະ ບັນຫາສາທາລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ