ເຈົ້າໜ້າທີ່ອະວຸໂສນະຄອນຫຼວງບັນດາປະເທດASEANປຶກສາຫາລືກ່ຽວກັບບັນຫາການຮ່ວມມືລວມ

ເຈົ້າໜ້າທີ່ອະວຸໂສນະຄອນຫຼວງບັນດາປະເທດASEANປຶກສາຫາລືກ່ຽວກັບບັນຫາການຮ່ວມມືລວມ - ảnh 1
ກ​ອງ​ປະ​ຊຸມ​ປຶກ​ສາ​ຫາ​ລືກ່ຽວ​ກັບການ​ກະ​ກຽມ​
ໃຫ້ກອງ​ປະ​ຊຸມ​ເຈົ້າ​ຄອງ​ນະ​ຄອນຫຼວງ ASEAN ຄັ້ງ​ທີ່ 4
(ພາບ: kpl)

(vovworld)- ໃນ​ຕອນ​ເຊົ້າ​ວັນ​ທີ 5/5, ຢູ່​ນະ​ຄອນຫຼວງວຽງ​ຈັນ​, ລາວ, ດຳ​ເນີນກ​ອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ກ່ຽວ​ກັບການ​ກະ​ກຽມ​ ໃຫ້ກອງ​ປະ​ຊຸມ​ເຈົ້າ​ຄອງ​ນະ​ຄອນຫຼວງ ASEAN ຄັ້ງ​ທີ່ 4 ທີ່ຈະ​ດຳ​ເນີນ​ໃນ​ເດືອນ 11 ຈະ​ມາ​ເຖິງ. ກອງ​ປະ​ຊຸມ​ຄັ້ງ​ນີ້​ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ, ໃນ​ນັ້ນ​ມີ​ຄຳ​ຂວັນ  ແລະ ຫົວ​ຂໍ້​ຂອງກອງ​ປະ​ຊຸມເຈົ້າ​ຄອງນະ​ຄອນຫຼວງ ASEAN ຄັ້ງ​ທີ່ 4 ແມ່ນ: “ພັນ​ທະ​ຂອງ​ນະ​ຄອນຫຼວງ​ບັນ​ດາ​ປະ​ເທດ ASEAN  ໃນ​​ການເຊື່ອມ​ໂຍງ​ກັບ​ປະ​ຊາ​ຄົມ ASEAN”. ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ບັນ​ດາ​ເນື້ອ​ໃນຕົ້ນ​ຕໍເຊັ່ນ: ສ້າງ​ນະ​ຄອນຫຼວງ ASEAN ​ເປັນ​ບ່ອນ​ໜ້າ​ຢູ່​ອາ​ໄສ; ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ບົດ​ຮຽນ ກ່ຽວ​ກັບ​ວຽກ​ການ​ແກ້​ໄຂ​ອຸ​ປະ​ຕິ​ເຫດ ​ຄົມ​ມະ​ນາ​ຄົມ ບົນ​ເສັ້ນ​ທາງ​ນະ​ຄອນຫຼວງ, ບັນ​ຫາ​ອາດ​ຊະ​ຍາ​ກຳ, ປ້ອງ​ກັນ​ຕ້ານ​ອັກ​ຄີ​ໄພ, ບັນ​ຫາ​ລົດ​ຕິດ; ຄຸ້ມ​ຄອງ​ຄວາມ​ປອດ​ໄພສຸ​ຂະ​ອະ​ນາ​ໄມ​ຂອງ​ສະ​ບຽງ​ອາ​ຫານ ແລະ ສົ່ງ​ເສີມ​ການ​ປູກ​ຜະ​ລິດ​ຕະ​ພັນກະ​ເສດ​ປອດ​ສານ​ພິດ, ປ້ອງ​ກັນ ແລະ ຮັກ​ສາ​​ມໍ​ລະ​ດົກວັ​ດ​ທະ​ນະ​ທຳ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ; ຮ່ວມ​ມືຍ​ົກ​ສູງ​ສີມ​ື​ແຮງ​ງານ​ ລະ​ຫວ່າງ ບັນ​ດາ​ນະ​ຄອນຫຼວງ​ພັດ​ທະ​ນາ ແລະ ດ້ອຍພັດ​ທະ​ນາ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ ການ​ແລກ​ປ່ຽນ​ດ້ານ​ແຮງ​ງານ, ຄຸ້ມ​ຄອງ​ແຮງ​ງານ.

        ກອງ​ປະ​ຊຸມ​ເຈົ້າ​ຄອງ​ນະ​ຄອນຫຼວງ ASEAN ເປັນ​ເວ​ທີ​ສ້າງ​ກາ​ລະ​ໂອ​ກາດ ໃຫ້​ນະ​ຄອນຫຼວງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ASEAN ມີ​ໂອ​ກາດ​ໃກ້​ຊິດ​ຕິດ​ແທດກວ່າ, ແລກ​ປ່​ຽນ​ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານ​ພັດ​ທະ​ນາ​ຕົວ​ເມືອງ ແບບ​ຍືນ​ຍົງ, ແກ້​ໄຂ​ບັນ​​ຫາລົດຕິດ, ກໍ່​ສ້າງ​ຕົວ​ເມືອງ​ຂຽວ​ສະ​ອາດ, ປຶກ​ສາ​ຫາ​ລື​ການ​ ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ ແລະ ອຸດ​ສາ​ຫະ​ກຳ​ການ​ທ່ອງ​ທ່ຽວ, ບຳ​ລຸງສ້າງ​ຄົນງານ​ມີ​ສີ​ມື​ແຮງ​ງານ, ແລະ ແລກ​ປ່ຽນ​ວັດ​ທະ​ນະ​ທຳ.

ຂ່າວ/ບົດ​ອື່ນ