ເຈົ້​າໜ້າ​ທີ່​ອາ​ວຸ​ໂສ ອາ​ຊຽນ​ໂຮມ​ປະ​ຊຸມຈັດ​ກ​ຽມ ໃຫ້​ແກ່ກອງ​ປະ​ຊຸມ​​ສຸດ​ຍອດ ອາ​ຊຽນ 37

(VOVWORLD) -ຕອນເຊົ້າວັນທີ 9 ພະຈິກ, ທ່ານ ຫງວຽນກ໊ວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມໄດ້ເປັນປະທານໂຮມປະຊຸມຈັດກຽມ ໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ - SOM ອາຊຽນ 37 ຕາມຮູບການທາງອອນລາຍ.

ເຈົ້​າໜ້າ​ທີ່​ອາ​ວຸ​ໂສ ອາ​ຊຽນ​ໂຮມ​ປະ​ຊຸມຈັດ​ກ​ຽມ ໃຫ້​ແກ່ກອງ​ປະ​ຊຸມ​​ສຸດ​ຍອດ ອາ​ຊຽນ 37 - ảnh 1ກອງປະຊຸມຈັດກຽມກອງປະຊຸມເຈົ້າໜ້າທີ່ອາວຸໂສ - SOM ອາຊຽນ 37 ຕາມຮູບການທາງອອນລາຍ

(ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ໄດ້ຢັ້ງຢືນວ່າ ຕໍ່ໜ້າບັນດາສິ່ງທ້າທາຍ ຢ່າງໃຫຍ່ຫຼວງ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນພາກພື້ນ ແລະ ໂລກ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ອາຊຽນຍັງຄົງມີການເຄື່ອນໄຫວ ແລະ ເຮັດວຽກຢ່າງຕັ້ງໜ້າບົນຈິດໃຈສາມັກຄີ, ມີຄວາມຮັບຜິດຊອບ ກັບທິດນຳທີ່ວ່າ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ໃນນັ້ນ, ພາຍໃຕ້ບົດບາດເປັນປະທານອາຊຽນ ຂອງ ຫວຽດນາມ, ບັນດາປະເທດໄດ້ສຸມໃສ່ເຂົ້າບັນດາເນື້ອໃນຈຸດສຸມຄື ສືບຕໍ່ສ້າງປະຊາຄົມ, ຮ່ວມມືຕ້ານໂລກລະບາດໂຄວິດ - 19, ເພີ່ມທະວີການພົວພັນລະຫວ່ງ ອາຊຽນ ແລະ ບັນດາຄູ່ຮ່ວມມືທັງຢູ່ພາຍໃນ ແລະ ນອກພາກພື້ນ.

ແລະກໍ່ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາສຳຄັນຂອງ ພາກພື້ນ ແລະ ທົ່ວໂລກ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນບັນດາຂໍ້ລິເລີ່ມໃນການຮ່ວມມືປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ສະພາບການໂລກໃນໄລຍະຫຼັງໂລກລະບາດ ໂຄວິດ - 19 ກໍ່ຄືການຮ່ວມມືກັບບັນດາຄູ່ຮ່ວມມືທັງຢູ່ພາຍໃນ ແລະ ນອກພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ