ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສອາ​ຊຽນ ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທາ​ງ​ອອນ​ລາຍ​ ຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ

(VOVWORLD) - ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ໄດ້ດຳເນີນທາງອອນລາຍ.
ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສອາ​ຊຽນ ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທາ​ງ​ອອນ​ລາຍ​ ຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ - ảnh 1 ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ  (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ, ເພື່ອແນໃສ່ມານະພະຍາຍາມກະກຽມໃຫ້ແກ່ບັນດາເຫດການຂັ້ນລັດຖະມົນຕີເຊິ່ງຈະໄດ້ຈັດຂຶ້ນໃນເດືອນສິງຫາຈະມາເຖິງນີ້. ຕາມທ່ານຫງວຽນກ໊ວກຢຸງແລ້ວ, ກອງປະຊຸມຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ຜູ້ຕາງໜ້າບັນດາປະເທດ ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນອື່ນຄືສືບຕໍ່ຜັນຂະຫຍາຍບັນດາວຽກງານ, ແຜນການສ້າງປະຊາຄົມອາຊຽນ, ຫັນບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ທີ່ຫາກໍ່ດຳເນີນກໍ່ຄືກອງປະຊຸມສຸດຍອດພິເສດກ່ຽວກັບການຮັບມືກັບໂລກລະບາດ Covid – 19 ໃຫ້ປະກົດຜົນເປັນຈິງ; ພ້ອມທັງເພີ່ມທະວີປະສິດທິຜົນຂອງບັນດາກົນໄກເຈລະຈາ, ຮ່ວມມື ກັບບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ.

        ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດອາຊຽນ ແລະ ຄະນະເລຂາທິການອາຊຽນໄດ້ຕີລາຄາສູງຕໍ່ເລື່ອງຫວຽດນາມຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ກໍ່ຄືບັນດາຂໍ້ລິເລີ່ມໃນຂົງເຂດຮັບມືກັບໂລກລະບາດ Covid – 19ໄດ້ຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ