ເຈົ້າໜ້າທີ່ອາເມລິກາເຈລະຈາກັບປະທານສະພາແຫ່ງຊາດເວເນຊູເອລາ

ເຈົ້າໜ້າທີ່ອາເມລິກາເຈລະຈາກັບປະທານສະພາແຫ່ງຊາດເວເນຊູເອລາ - ảnh 1
(ພາບປະກອບ: lapatilla.com)

​(vovworld) - ​ໃນ​ການ​ກະທຳ​ທີ່ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ປົວ​ແປງການ​ພົວພັນລະຫວ່າງ​ອາ​ເມ​ລິ​ກາ ​ແລະ ເວ​ເນຊູ​ເອລາ, ວັນ​ທີ 13/06, ຢູ່ Haiti, ທີ່​ປຶກສາ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ Thomas Shannon ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ເວ​ເນຊູ​ເອລາ Diosdado Cabello ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ນີ້ Delcy Rodriguez. ການ​ພົບ​ປະລະ​ຫວ່າງ​ທ່ານ Thomas Shannon ​ແລະ ທ່ານ Diosdado Cabello ​ເຊິ່ງ​ໄດ້​ຮັບ​ຖື​ວ່າ ການ​ນຳ​ຜູ້​ທີ 2 ຂອງ​ເວ​ເນຊູ​ເອລາ ຮອງຈາກ​ທ່ານ​ປະທານາທິບໍດີ Nicolas Maduro ດ້ວຍ​ຄວາມ​ມານະ​ພະຍາຍາມ​ເປັນ​ຄົນ​ກາງຂອງ​ທ່ານ​ປະທານາທິບໍດີ Haiti, Michel Martelly. ທ່ານ Rodriguez ຊີ້​ແຈ້ງວ່າ ການ​ພົບ​ປະ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​​ການ ຫັນການ​ພົວພັນ 2 ຝ່າຍ​​ເປັນ​ປົກກະຕິ, ບົນ​ຈິດ​ໃຈ​ເຂົ້າ​ລົບ​ກົດໝາຍ​ສາກົນ, ​​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ