ເຊ: ອຳນາດການປົກຄອງທະຫານຮຽກຮ້ອງບັນດາປະເທດ ບ້ານໃກ້ເຮືອນຄຽງ ຮັບຮູ້ອຳນາດການປົກຄອງໃໝ່ເພື່ອເລີ່ມດຳເນີນການເຈລະຈາ

(VOVWORLD) - ພັນເອກ Abdel Rahmane Amadou ໂຄສົກຂອງອຳນາດການປົກຄອງທະຫານ ໄດ້ຢຳ້ຄືນເລື່ອງ ວັນທີ  3 ສິງຫາ, ອຳນາດການປົກຄອງທະຫານ ນີເຊ ໄດ້ປະກາດ ຍົກເລີກ 5 ຂໍ້ຕົກລົງຮ່ວມມືດ້ານການທະຫານ ລົງນາມກັບ ຝລ່ັງ, ເນັ້ນໜັກວ່າການມີໜ້າຂອງທະຫານ ຝລັ່ງ ຢູ່ ນີເຊ ພາຍຫຼັງຈຸດເວລາດັ່ງກ່າວແມ່ນຜິດກົດໝາຍ.
ເຊ: ອຳນາດການປົກຄອງທະຫານຮຽກຮ້ອງບັນດາປະເທດ ບ້ານໃກ້ເຮືອນຄຽງ ຮັບຮູ້ອຳນາດການປົກຄອງໃໝ່ເພື່ອເລີ່ມດຳເນີນການເຈລະຈາ - ảnh 1(ພາບປະກອບຈາກ Reuters)

ເລື່ອງລາວກ່ຽວຂ້ອງເຖິງທ່ານປະທານາທິບໍດີ Mohamed Bazoum ໄດ້ສິ້ນສຸດລົງ ແລະ ທຸກຄວາມມານະພະຍາຍາມ ເພື່ອຟື້ນຟູອຳນາດໃຫ້ທ່ານ Bazoum ແມ່ນການເຄື່ອນໄຫວ ຟຸມເຟືອຍ ເວລາເທົ່ານັ້ນ. ມາດຕະການຫຼີກລ້ຽງການປະທະກັນ ໜຶ່ງດຽວ ນັ້ນແມ່ນ ບັນດາປະເທດ ອາບຟຣີກາ ຕາເວັນຕົກ ຮັບຮູ້ ອຳນາດການປົກຄອງໃໝ່ຢູ່ ນີເຊ ເພື່ອສາມາດເລີ່ມດຳເນີນ ການເຈລະຈາໄດ້.

ນີ້ແມ່ນຖະແຫຼງການໄດ້ຍົກອອກມາໃນວັນທີ 12 ສິງຫາ ຂອງທ່ານ Insa Garba Seydou, ສະມາຊິກທ່ານໜຶ່ງຂອງ ສະພາລະດັບຊາດປົກປ້ອງປະເທດຊາດ ໂດຍຝ່າຍລັດຖະ ປະຫານສ້າງຂຶ້ນຢູ່ ນີເຊ. ແລະ ກໍ່ໃນວັນດຽວກັນ, ອີກເທື່ອໜຶ່ງ ອຳນາດການປົກຄອງທະຫານ ໂດຍຝ່າຍລັດຖະປະຫານສ້າງຂຶ້ນຢູ່ ນີເຊ ໄດ້ຮຽກຮ້ອງລັດຖະບານ ຝລັ່ງ ຈົ່ງຢຸດຕິການມີໜ້າຂອງ ທະຫານປະເທດນີ້ ຢູ່ ນີເຊ.  ພັນເອກ Abdel Rahmane Amadou ໂຄສົກຂອງອຳນາດການປົກຄອງທະຫານ ໄດ້ຢຳ້ຄືນເລື່ອງ ວັນທີ  3 ສິງຫາ, ອຳນາດການປົກຄອງທະຫານ ນີເຊ ໄດ້ປະກາດ ຍົກເລີກ 5 ຂໍ້ຕົກລົງຮ່ວມມືດ້ານການທະຫານ ລົງນາມກັບ ຝລ່ັງ, ເນັ້ນໜັກວ່າການມີໜ້າຂອງທະຫານ ຝລັ່ງ ຢູ່ ນີເຊ ພາຍຫຼັງຈຸດເວລາດັ່ງກ່າວແມ່ນຜິດກົດໝາຍ.

ໃນຂະນະນັ້ນ, ສະພາປ້ອງກັນຄວາມສະຫງົບ ແລະ ສັນຕິພາບຂອງ ສະຫະພັນ ອາບຟຣີກາ (AU)  ໄດ້ປະກາດໂຈະກອງປະຊຸມດ່ວນ ເຊິ່ງຈັດຂຶ້ນໃນວັນທີ 12 ສິງຫາ ເພື່ອພິຈາລະນາກ່ຽວກັບເລື່ອງຢຸດຕິຖານະຕຳແໜ່ງສະມາຊິກຂອງ ນີເຊ. ໃນຂະນະນັ້ນ, ວັນທີ 12 ສິງຫາ, ປະຊາຄົມເສດຖະກິດ ອາບຟຣີກາ ຕາເວັນຕົກ (ECOWAS)  ໄດ້ປະກາດສົ່ງຄະນະກຳມາທິການໜຶ່ງໄປຍັງ ນີເຊ ເພື່ອພົບປະກັນບັນດານາຍພົນຂອງອຳນາດ ການປົກຄອງທະຫານ ກຳອຳນາດຢູ່ປະເທດນີ້. ທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ກ່ຽວກັບນະໂຍບາຍດ້ານ ປ້ອງກັນຄວາມສະຫງົບ ແລະ ການເຈລະຈາ, ໃຫ້ຮູ້ວ່າ: ການລັດ ຖະປະຫານຢູ່ ນີເຊ ໄດ້ກໍ່ຜົນກະທົບທີ່ຫຍໍ້ທໍ້ສຳລັບ ສະຫວັດດີການ ແລະ ຄວາມໝັ້ນຄົງຂອງປະຊາຊົນ ນີເຊ ກໍ່ຄືຄວາມສະຖຽນລະພາບຢູ່ພາກພື້ນ. ອີຢູ ຢັ້ງຢືນຈະສືບຕໍ່ ສະໜອງການໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ ຢູ່ປະເທດ ອາບຟຣີກາ ຕາເວັນຕົກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ