ເຊັກໂກເຊີດຊູວັດຈະນານຸກົມເຊັກໂກ-ຫວຽດ

ເຊັກໂກເຊີດຊູວັດຈະນານຸກົມເຊັກໂກ-ຫວຽດ	 - ảnh 1
ບັນ​ດາ​ຜູ້​ແທນ​ທີ່​ພິ​ທີ​ມອບ​ລາງວັນ
ພາບ:TTXVN

(vovworld)- ​ ​ ວັນ​ທີ 13/5, ຢູ່ ນະ​ຄອນ​ຫລວງ Praha, ສະ​ພາ​ແປ່​ພາ​ສາ​ຂອງເຊັກ​ໂກ ໄດ້​ຈັດ​ຕັ້ງ​ພິ​ທີ​ປະ​ກາດ ແລະ ມອບ​ລາງວັນ​ໃຫ້​ບັນ​ດາບົດ​ປະ​ພັນ​ໄດ້​ຮັບ​ການແປ່​ຈາກ​ພາ​ສາ​ຕ່າງ​ປ​ະ​ເທດ​ໃນ​ທົ່ວ​ປະ​ເທດ​ປີ 2016. ລື່ນ​ກາຍ​ບັນ​ດາ​ບົດ​ປະ​ພັນ​ຂອງ​ປະ​ເທດ​ຕ່າງໆ, ວັດ​ຈະ​ນາ​ນຸ​ກົມ ເຊັກ​ໂກ- ຫວຽດ ໄດ້​ຮັບ​ລາງວັນ​ທີ​ສອງ ແລະ ນັກ​ແປ່​ພາ​ສາ​ສອງ​ຄົນ​ໄດ້​ຮັບ​ໃບ​ປະ​ກາດ​ສະ​ນີ​ຍະ​ບັດ​ກິ​ຕິມ​ະ​ສັກ​ຂອງ​ສະ​ພາ​ແປ່​ພ​າ​ສາ​.  ວັດ​ຈະ​ນາ​ນຸ​ກົມ ເຊັກ​ໂກ -ຫວຽດ ແມ່ນ​ກິດ​ຈະ​ກຳ​ໄດ້​ຮັບ​ການ​ຮຽບ​ຮຽງ​ມາ​ເປັນ​ເວ​ລາ​ຫລາຍ​ປີ ແລະ ໃຊ້​ກຳ​ລັງ​ເຫື່ອ​ແຮງ​ຫລວງ​ຫລາຍ​ກໍ​ຄື​ຄວາມສຸດ​ຈິດ​ສຸດໃຈ​ຂອງ​ນັກ​ວິ​ສາ​ວະ​ກອນ ຫງວຽນ​ກວຽດ​ຕຽນ ແລະ ສາດ​ສະ​ດາ​ຈານ ດ​ຣ ພາ​ສາ​ສາດ ຊາວ​ເຊັກ​ໂກ Ivo Vasijev, ຊື່ງ​ແມ່ນ​ຜ​ູ້​ທີ່​ມີ​ຄວາມ​ຮັກ​ແພງ ແລະ ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຫວຽດ​ນາມ.  ມາ​ຮອດ​ປະ​ຈຸ​ບັນ, 3 ເຫລັ້ມ ໃນ​ຈຳ​ນວນ 6 ເຫລັ້ມ​ຂອງວັດ​ຈະ​ນາ​ນຸ​ກົມ​ດັ່ງ​ກ່າວ​ໄດ້​ຮຽບຮຽງ​ ແລະ ພິມຈຳ​ຫນ່າຍ ສຳ​ເລັດ ເພື່ອ​ຮັບ​ໃຊ້​ຄ​ວາມ​ຕ້ອງ​ການ​ໃນ​ການ​ຄົ້ນ​ຄ້​ວາ, ຮ່ຳ​ຮຽນ ແລະ ຊອກ​ຮູ້​ກ່ຽວ​ກັບ​ສອງ​ປະ​ເທດສຳ​ລັບ​ບັນ​ດາ​ເປົ້າ​ໝາຍ​ໃນ​ສັງ​ຄົມ.  ນັກ​ວິ​ສາ​ວະ​ກອນ ຫງວຽນ​ກວຽດ​ຕຽນ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ນີ້ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເປັນ​ກຽດ​ຂອງ​ນັກ​ແປ່​ພາ​ສາ​ສອງ​ຄົນ​ເທົ່າ​ນັ້ນ ຫາກ​ແມ່ນ​ຄວາມ​ເປັນ​ກຽດ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ເປັນ​ຕົ້ນ​ແມ່ນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຊັກ​ໂກ ໄດ້​ຮັບ​ຮອງ​ແມ່ນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຂອງ ເຊັກ​ໂກ. ດ້ວຍ​ບົດ​ປະ​ພັນ​ດັ່ງ​ກ່າວ ພວກ​ເຮົາ​ຢັ້ງ​ຢືນ​ໄດ້​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ເຊັກ​ໂກ.”

 

 

ຕອບກັບ

ຂ່າວ/ບົດ​ອື່ນ