ເຊີດ​ຊູ 100 ​ວິ​ສາ​ຫະ​ກິດ​ຍື​ນ​ຍົງ ຫວຽດ​ນາມ 2023

(VOVWORLD) - ຕອນຄ່ຳວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງ ຫວຽດນາມ ຂຶ້ນກັບ ສະຫະພັນການຄ້າ ແລະ ອຸດສາຫະກຳ ໄດ້ຈັດພິທີປະກາດວິສາຫະກິດຍືນຍົງ ຢູ່ ຫວຽດນາມ 2023. 
ເຊີດ​ຊູ 100 ​ວິ​ສາ​ຫະ​ກິດ​ຍື​ນ​ຍົງ ຫວຽດ​ນາມ 2023 - ảnh 1ພິທີປະກາດວິສາຫະກິດຍືນຍົງ ຢູ່ ຫວຽດນາມ 2023 (ພາບ: VTC)

ນີ້ແມ່ນປີທີ 8 ຢ່າງລຽນຕິດ, ທີ່ລາຍການໄດ້ຈັດຂຶ້ນ ມີສຳເນົາເອກະສານວິສາຫະກິດ ເກືອບ 500 ຊຸດເຂົ້າຮ່ວມຈົດທະບຽນ ໃນນັ້ນມີ ເກືອບ 25% ແມ່ນບັນດາວິສາຫະກິດໃໝ່ເຂົ້າຮ່ວມຄັ້ງທຳອິດ. ທ່ານ ຟ້າມເຕິນກົງ, ປະທານ VCCI, ຫົວໜ້າຄະນະຊີ້ນຳໂຄງການ ໃຫ້ຮູ້ວ່າ:

ບັນດາວິສາຫະກິດນຳໜ້າ, ກ້າທົດສອບຕົນເອງ ບົນເສັ້ນທາງທີ່ບໍ່ງ່າຍດາຍ - ນັ້ນແມ່ນ ຂະບວນການສີຂຽວ, ຂະບວນການພັດທະນາແບບຍືນຍົງ, ສ້າງບັນດາມູນຄ່າແຫ່ງຄວາມຜາສຸກໃຫ້ແກ່ ສັງຄົມ ແລະ ຜູ້ອອກແຮງງານຂອງວິສາຫະກິດ. ພວກຂ້າພະເຈົ້າ ມີຄວາມມຸ່ງຫວັງວ່າ ຈະມີຫຼາຍວິສາຫະກິດໃໝ່ເຂົ້າຮ່ວມຂະບວນການດັ່ງກ່າວ ເພື່ອສ້າງປະຊາຄົມວິສາຫະກິດ ຍືນຍົງຢູ່ ຫວຽດນາມ. ເຂົາເຈົ້າຈະແມ່ນນັກການທູດ ສົ່ງສານທີ່ວ່າ ວິສາຫະກິດ ຫວຽດນາມ ພວມຫັນປ່ຽນຢ່າງແຮງກ່ຽວກັບຄວາມສະເໝີພາບ, ຄວາມຍຸຕິທຳສັງຄົມ, ວັດທະນາຖາວອນ ແລະ ກວມລວມ ອອກໄປສູ່ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ