ເຊີດ​ຊູ 20 ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ ໃນ​ລາຍ​ການ​ກຽດ​ສະ​ຫງ່າ ຫວຽດ​ນາມ ປີ 2024

(VOVWORLD) - ລາຍການກຽດສະຫງ່າ ຫວຽດນາມ ປີນີ້ ໄດ້ຫວນຄືນໄລຍະເວລາ 20 ປີ ທີ່ອົງການກຳມະບານ ໄດ້ຢຶດໝັ້ນຊອກຫາ, ເຊີດຊູ, ທະວີຄຸນບັນດາຮູບແບບດີເດັ່ນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນການຫຼໍ່ລ້ຽງ, ຊຸກຍູ້ບັນດາຂະບວນການແຂ່ງຂັນຮັກຊາດ, ລະດົມກຳລັງໃຈລັດຖະກອນ, ພາລະກອນ, ຜູ້ອອກແຮງງານໃນທົ່ວປະເທດປະດິດຄິດສ້າງ, ອຸທິສ່ວນສ້າງສາປະເທດ ຫວຽດນາມ ວັດທະນາຖາວອນ, ຜາສຸກ. 
 ເຊີດ​ຊູ 20 ​ໝູ່​ຄະ​ນະ ແລະ  ສ່ວນ​ບຸກ​ຄົນ ໃນ​ລາຍ​ການ​ກຽດ​ສະ​ຫງ່າ ຫວຽດ​ນາມ ປີ 2024 - ảnh 1ການຖະແຫຼງຂ່າວກ່ຽວກັບລາຍການກຽດສະຫງ່າ ຫວຽດນາມ (ພາບ: qdnd.vn)

ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 134 ປີ, ວັນສ້າງຕັ້ງອົງການກຳມະບານ ຫວຽດນາມ ຄົບຮອບ 95 ປີ (28/7/1929- 28/7/2024)  ແລະ ເດືອນກຳມະກອນ ປີ 2024, ວັນທີ 19 ພຶດສະພາ, ຢູ່ຮ່າໂນ້ຍ, ໜັງສືພິມແຮງງານ ໄດ້ຈັດລາຍການ ກຽດສະຫງ່າ ຫວຽດນາມ ດ້ວຍຫົວຂໍ້ “20 ປີແຫ່ງວັນປຸກລຸກແຫຼ່ງກຳລັງແຮງ ຫວຽດນາມ”. ໃນລາຍການດັ່ງກ່າວໄດ້ເຊີດຊູ 20 ໝູ່ຄະນະ ແລະ ສ່ວນບຸກຄົນດີເດັ່ນ, ມີການປະກອບສ່ວນຢ່າງດີເລີດເຂົ້າໃນທຸກຂົງເຂດຂອງຊີວິດສັງຄົມ.

ລາຍການກຽດສະຫງ່າ ຫວຽດນາມ ປີນີ້ ໄດ້ຫວນຄືນໄລຍະເວລາ 20 ປີ ທີ່ອົງການກຳມະບານ ໄດ້ຢຶດໝັ້ນຊອກຫາ, ເຊີດຊູ, ທະວີຄຸນບັນດາຮູບແບບດີເດັ່ນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນການຫຼໍ່ລ້ຽງ, ຊຸກຍູ້ບັນດາຂະບວນການແຂ່ງຂັນຮັກຊາດ, ລະດົມກຳລັງໃຈລັດຖະກອນ, ພາລະກອນ, ຜູ້ອອກແຮງງານໃນທົ່ວປະເທດປະດິດຄິດສ້າງ, ອຸທິສ່ວນສ້າງສາປະເທດ ຫວຽດນາມ ວັດທະນາຖາວອນ, ຜາສຸກ. ນອກຈາກນັ້ນແລ້ວ, ລາຍການກຽດສະຫງ່າ ຫວຽດນາມ ປີ 2024 ນີ້ກໍສືບຕໍ່ເຊີດຊູ 10 ໝູ່ຄະນະດີເດັ່ນ, ແບບຢ່າງດີເດັ່ນທີ່ມີຜົນງານດີເລີດເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ