ເຊີດຊູ 67 “ວິສາຫະກິດດີເດັ່ນເພື່ອຜູ້ອອກແຮງງານ” 2024

(VOVWORLD) - ປີ 2024 ນີ້, ມີ 150 ຊຸດເອກະສານໄດ້ສົ່ງມາ, ຄະນະຈັດຕັ້ງໄດ້ເລືອກເອົາ ແລະ ເຊີດຊູ 67 ວິສາຫະກິດ.

        ຕອນຄ່ຳວັນທີ 25 ມິຖຸນາ, ຢູ່ ຮ່າໂນ້ຍ, ໄດ້ຈັດລາຍການ “ວິສາຫະກິດດີເດັ່ນເພື່ອຜູ້ອອກແຮງງານ 2024”. ລາຍການເພື່ອຄັດເລືອກ ແລະ ເຊີດຊູບັນດາວິສາຫະກິດໄດ້ມານະພະຍາຍາມປັບປຸງສະພາບແວດລ້ອມການເຮັດວຽກ, ເບິ່ງແຍງດູແລທາງດ້ານວັດຖຸ, ຈິດໃຈຂອງຜູ້ອອກແຮງງານ.

        ປີ 2024 ນີ້, ມີ 150 ຊຸດເອກະສານໄດ້ສົ່ງມາ, ຄະນະຈັດຕັ້ງໄດ້ເລືອກເອົາ ແລະ ເຊີດຊູ 67 ວິສາຫະກິດ. Samsung Vietnam ແມ່ນໜຶ່ງໃນບັນດາວິສາຫະກິດໄດ້ຮັບການເຊີດຊູເປັນຫຼາຍຄັ້ງໃນລາຍການດັ່ງກ່າວ. ທ່ານ ເລຕຸງແບັກ, ຜູ້ຕາງໜ້າບໍລິສັດ Samsung Electronics Vietnam ທາຍງວຽນ ຈຳກັດ, ແບ່ງປັນວ່າ:

        “ຍາມໃດຄະນະການນຳ Samsung Vietnam ກໍ່ສ້າງວັດທະນະທຳ ເພື່ອໃຫ້ຜູ້ອອກແຮງງານມີຄວາມໄວ້ເນື້ອເຊື່ອໃຈອຸທິດສ່ວນຢ່າງສຸດຂີດແກ່ວຽກງານການຜະລິດ, ພິເສດແມ່ນບັນດາການເຄື່ອນໄຫວປະດິດສ້າງ, ຊຸກຍູ້ການດັດແປງ. ເມື່ອພວກຂ້າພະເຈົ້າເຂົ້າຮ່ວມລາຍການວິສາຫະກິດເພື່ອຜູ້ອອກແຮງງານ, ພາລະກອນຂອງພວກຂ້າພະເຈົ້າຮູ້ສຶກໄດ້ຄວາມເອົາໃຈໃສ່ຂອງບັນດາອົງການແຫ່ງລັດໃນຕະຫຼອດໄລຍະເຄື່ອນໄຫວ, ພິເສດແມ່ນຂັ້ນແຂວງ, ຂັ້ນເມືອງ ແມ່ນແຫ່ງບໍລິສັດຕັ້ງສຳນັກງານ”.

ຕອບກັບ

ຂ່າວ/ບົດ​ອື່ນ