ເຊີດ​ຊູ Top 10 ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ

(VOVWORLD) - ຕອນຄ່ຳວັນທີ 14 ທັນວາ, ໃນຂອບເຂດເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ - ວັນຫັນເປັນດີຈີຕອນ 2020, ໄດ້ດຳເນີນພິທີປະກາດ ແລະ ເຊີດຊູ Top 10 ວິສາຫະກິດເຕັກໂນໂລຢີ ຂໍ້ມູນຂ່າວສານ ຫວຽດນາມ 2020 ແລະ ປະກາດສິ່ງພິມ ພິເສດ ແນະນຳກ່ຽວກັບບັນດາວິສາຫະກິດດັ່ງກ່າວ. 
ເຊີດ​ຊູ Top 10 ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ - ảnh 1ທ່ານຫງວຽນທຽນເຍິນ ກຳມະການກົມການເມືອງ, ຮັບຜິດຊອບການຊີ້ນຳອົງຄະນະພັກ ນະຄອນໂຮ່ຈີມິນມອບໃບຢັ້ງຢືນໃຫ້ແກ່ 10 ວິສາຫະກິດໃນຂົງເຂດ ເຕັກໂນໂລຢີ - ຂໍ້ມູນຂ່າວສານ (ພາບ: TTXVN) 

10 ວິສາຫະກິດທີ່ໄດ້ຮັບການເຊີດຊູແມ່ນບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ແຖວໜ້າ ແລະ ມີອິດທິພົນຊື່ສຽງ ຢູ່ ຫວຽດນາມ, ມີບັນດາການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຊຸກຍູ້ພື້ນຖານເຕັກໂນໂລຢີຂໍ້ມູນຂ່າວສານຂອງ ຫວຽດນາມ. ຜະລິດຕະພັນພົ້ນເດັ່ນຂອງບັນດາວິສາຫະກິດນີ້ບໍ່ພຽງແຕ່ໜູນຊ່ວຍບັນດາຫົວໜ່ວຍພາຍໃນປະເທດຫັນເປັນດີຈີຕອນເທົ່ານັ້ນ ຫາກຍັງສ້າງພື້ນຖານ, ລະບົບສິ່ງແວດລ້ອມດີຈີຕອນເພື່ອໃຫ້ຫວຽດນາມດຳເນີນການຫັນເປັນດີຈີຕອນ.

        ບັນດາວິສາຫະກິດໄດ້ຮັບການຄັດເລືອກຂອງ ໂຄງການຈະໄດ້ແນະນຳໃນສິ່ງພິມ ພິເສດ Top 10 ວິສາຫະກິດເຕັກໂນໂລຢີ ຂໍ້ມູນຂ່າວສານ ຫວຽດນາມ 2020 ດ້ວຍ 3 ພາສາ: ອັງກິດ, ຍີ່ປຸ່ນ, ຫວຽດນາມ. ສິ່ງພິມຈະໄດ້ແນະນຳເຖິງກ່ວາ 2000 ອົງການ, ຫົວໜ່ວຍ ພາຍໃນປະເທດ, ແລະ ກ່ວາ 10.000 ຄູ່ຮ່ວມມື ທີ່ມາຈາກ ເກືອບ 100 ພື້ນຖານເສດຖະກິດ ໃນໂລກ ໃນເຄືອຂ່າຍຮ່ວມມືສາກົນ ຂອງ VINASA.

ຕອບກັບ

ຂ່າວ/ບົດ​ອື່ນ