ເຊີດຊູ “ນັກສຶກສາ 5 ດີ” ຂັ້ນສູນກາງ ແລະ ມອບລາງວັນ “ດາວ ເດືອນຈຽງ” ປີ 2018

(VOVWORLD) -ມີນັກສຶກສາໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຈຳນວນ189 ຄົນ, ມີ 11 ໝູ່ຄະນະນັກສຶກສາໄດ້ຮັບນາມມະຍົດ “ໝູ່ຄະນະນັກສຶກສາ 5 ດີ” ຂັ້ນສູນກາງ

ຕອນຄ່ຳວັນທີ 7 ມັງກອນ, ທີ່ຮ່າໂນ້ຍ, ສະມາຄົມນັກສຶກສາ ຫວຽດນາມ ໄດ້ຈັດພິທີເຊີດຊູນັກສຶກສາ ທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ແລະ ໝູ່ນັກສຶກສາໄດ້ຮັບນາມມະຍົດ “ໝູ່ນັກສຶກສາ 5 ດີ” ຂັ້ນສູນກາງ, ມອບລາງວັນ “ດາວ ເດືອນຈຽງ” ປີ 2018 ເນື່ອງໃນໂອກາດຄົບຮອບ 69 ປີ ແຫ່ງວັນນັກຮຽນ, ນັກສຶກສາ ( 9 ມັງກອນ 1950 – 9 ມັງກອນ 2019). ເຂົ້າຮ່ວມພິທີມີທ່ານນາງ ຕ່ອງທິຝ໋ອງ ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ; ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມດ້ວຍຜູ້ຕາງໜ້າການນຳກະຊວງ, ຂະແໜງການ, ອົງການຂັ້ນສູນກາງ ແລະ ຮ່າໂນ້ຍຈຳນວນໜຶ່ງ.

ເຊີດຊູ “ນັກສຶກສາ 5 ດີ” ຂັ້ນສູນກາງ ແລະ ມອບລາງວັນ “ດາວ ເດືອນຈຽງ” ປີ 2018 - ảnh 1ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ກ່າວຄໍາເຫັນທີ່ພິທີ (ພາບ:TTXVN)

ກ່າວຄຳເຫັນທີ່ພິທີ ທ່ານ ຫວໍວັນເຖື້ອງ ເນັ້ນໜັກວ່າ:

“ຄວາມຮຽກຮ້ອງຕ້ອງການໃນການປະຕິວັດຂອງຍຸກສະໄໝໃໝ່, ຍຸກສະໄໝທີ່ປະເທດຊາດກຳລັງຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ໄດ້ວາງອອກບັນດາຄວາມຮຽກຮ້ອງຕ້ອງການສູງຕໍ່ກັບນັກສຶກສາ ແລະ ວຽກງານສະມາຄົມນັກສຶກສາ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍເຈດຈຳນົງ, ຄວາມເກັ່ງກ້າສາມາດ ແລະ ມານະຈິດປະດິດສ້າງຂອງລຸ້ນໜຸ່ມ, ລຸ້ນນັກສຶກສາໃນປັດຈຸບັນ ກໍ່ຄືຂະບວນການນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ ຈະສືບຕໍ່ມີບາດກ້າວພັດທະນາອັນໃໝ່,  ສົມກັບມູນເຊື້ອການປະຕິວັດອັນສະຫງ່າງາມ ຂອງຄົນລຸ້ນໜຸ່ມຫວຽດນາມ”.

ໃນປີນີ້, ມີນັກສຶກສາໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຈຳນວນ189 ຄົນ, ມີ 11 ໝູ່ຄະນະນັກສຶກສາໄດ້ຮັບນາມມະຍົດ “ໝູ່ຄະນະນັກສຶກສາ 5 ດີ” ຂັ້ນສູນກາງ. ສະມາຄົມນັກສຶກສາ ຫວຽດນາມ ກໍ່ໄດ້ມອບລາງວັນ “ ດາວ ເດືອນຈຽງ” ປີ 2018 ໃຫ້ແກ່ນັກສຶກສາ 137 ຄົນ ຊື່ງແມ່ນພະນັກງານສະມາຄົມນັກສຶກສາ, ຄະນະຊາວໜຸ່ມ ທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ໃນການປະຕິບັດວຽກງານຂອງສະມາຄົມ ແລະ ຂະບວນການນັກສຶກສາ, ວຽກງານກຳມະບານ ແລະ ຂະບວນການຊາວໜຸ່ມຂອງໂຮງຮຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ