ເຊີດ​ຊູ ແລະ ມອບ​ລາງວັນ​ປະ​ດິ​ດ​ຄ​ິດ​ສ້າງ​ກ່ຽວ​ກັບ​ຊາຍ​ແດນ, ທະ​ເລ​ໝູ່​ເກາະ

(VOVWORLD) -ວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ສະມາຄົມນັກປະພັນ ຫວຽດນາມ ໄດ້ຈັດພິທີມອບລາງວັນປະດິດຄິດສ້າງ ກ່ຽວກັບຊາຍແດນ ແລະ ທະເລໝູ່ເກາະ (ງວດທີ 1) ປີ 2020 ໃຫ້ແກ່ຜູ້ຂຽນ 44 ຄົນ ທີ່ມີຜົນງານກ່ຽວກັບຫົວຂໍ້ດັ່ງກ່າວ ນັບແຕ່ປີ 1975 ມານີ້.
ເຊີດ​ຊູ ແລະ ມອບ​ລາງວັນ​ປະ​ດິ​ດ​ຄ​ິດ​ສ້າງ​ກ່ຽວ​ກັບ​ຊາຍ​ແດນ, ທະ​ເລ​ໝູ່​ເກາະ - ảnh 1 ພິທີມອບລາງວັນ (ພາບ: hanoimoi.com.vn)

ສະມາຄົມນັກປະພັນ ຫວຽດນາມ ໄດ້ມອບ 2 ລະບົບລາງວັນ ເຊິ່ງລວມມີ: ລາງວັນເຊີດຊູຜູ້ຂຽນບັນດາຜົນງານທີ່ໄດ້ຮັບລາງວັນໃນການເສັງ, ເຫດການວັນະຄະດີ ແລະ ສິລະປະຕ່າງໆນັບແຕ່ປີ 1975 ມາຮອດປັດຈຸບັນດ້ວຍຈຳນວນ 12 ຄົນ ແລະ ມອບລາງວັນໃຫ້ແກ່ຜູ້ຂຽນ 32 ຄົນ ເຊິ່ງເປັນເຈົ້າຂອງບັນດາຜົນງານວັນນະຄະດີ ທີ່ຂຽນກ່ຽວກັບຊາຍແດນ ແລະ ທະເລໝູ່ເກາະທີ່ຍັງບໍ່ທັນເຂົ້າຮ່ວມ, ຍັງບໍ່ທັນຍາດໄດ້ລາງວັນຂອງການເສັງ, ເຫດການວັນນະຄະດີ ແລະ ສິລະປະຄັ້ງຕ່າງໆກ່ອນໜ້ານັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ