ເຊີດ​ຊູ ແລະ ມອບ​ໃບ​ຢັ້ງ​ຢືນ​ໃຫ້​ແກ່​ 100 ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳຊົນ​ນະ​ບົດທີ່ເປັນ​ແບບ​ຢ່າງຢູ່​ເຂດ​ພາກ​ກາງ - ໄຕ​ງວຽນ​

(VOVWORLD) -ຕອນບ່າຍວັນທີ 9 ກໍລະກົດ, ຢູ່ນະຄອນດົ່ງເຫີຍ (ແຂວງກ໋ວາງບິ່ງ) ໄດ້ໄຂງານຕະຫຼາດນັດ, ວາງສະແດງຜະລິດຕະພັນອຸດສາຫະກຳຊົນນະບົດທີ່ເປັນແບບຢ່າງຢູ່ເຂດພາກກາງ - ໄຕງວຽນປີ 2020. 
ເຊີດ​ຊູ ແລະ ມອບ​ໃບ​ຢັ້ງ​ຢືນ​ໃຫ້​ແກ່​ 100 ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳຊົນ​ນະ​ບົດທີ່ເປັນ​ແບບ​ຢ່າງຢູ່​ເຂດ​ພາກ​ກາງ - ໄຕ​ງວຽນ​ - ảnh 1

ການນຳກະຊວງອຸດສາຫະກຳ ແລະ ການຄ້າມອບໃບຢັ້ງຢືນຜະລິດຕະພັນອຸດສາຫະກຳຊົນນະບົດທີ່ເປັນແບບຢ່າງເຂດພາກກາງ - ໄຕງວຽນໃຫ້ແກ່ບັນດາວິສາຫະກິດ, ສ່ວນບຸກຄົນ (ພາບ: nhandan.com.vn)

ເຂົ້າຮ່ວມງານຕະຫຼາດນັດວາງສະແດງມີຮ້ານວາງສະແດງຂາຍຜະລິດຕະພັນ 300 ຮ້ານ ຂອງ ວິສາຫະກິດ 146 ແຫ່ງທີ່ຂຶ້ນກັບ 30ແຂວງ, ນະຄອນໃນທົ່ວປະເທດ, ເພື່ອແນໃສ່ແນະນຳບັນດາຜະລິດຕະພັນ, ສິນຄ້າປະເພດອຸດສາຫະກຳ - ອຸດສາຫະກຳນ້ອຍຫັດຖະກຳຂອງບັນດາແຂວງທັງຢູ່ພາຍໃນ ແລະ ນອກເຂດພາກກາງ - ໄຕງວຽນ. ທ່ານ ກາວກ໊ວກຮຶງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໃຫ້ຮູ້ວ່າ:

ງານຕະຫຼາດນັດວາງສະແດງໄດ້ແນະນຳບັນດາຜົນງານ ໃນການພັດທະນາຂອງຂະແໜງອຸດສາຫະກຳ, ອຸດສາຫະກຳນ້ອຍຫັດຖະກຳຂອງບັນດາແຂວງ, ນະຄອນທັງຢູ່ພາຍໃນ ແລະ ນອກເຂດພາກກາງ - ໄຕງວຽນ. ນີ້ແມ່ນໂອກາດເພື່ອໃຫ້ບັນດາອົງການ, ສ່ວນບຸກຄົນໂຄສະນາເຄື່ອງໝາຍການຄ້າ ແລະ ຊອກຮູ້ວັດທະນະທຳປະຫວັດສາດຂອງແຂວງກ໋ວາງບິ່ງ.  ທີ່ພິທີໄຂ, ຄະນະຈັດຕັ້ງໄດ້ເຊີດຊູ ແລະ ມອບລາງວັນໃຫ້ 100 ຕົວແທນຂອງ ຜະລິດຕະພັນອຸດສາຫະກຳຊົນນະບົດ ຢູ່ເຂດພາກກາງ - ໄຕງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ