ເຊີ​ດ​ຊູ​ກຳ​ລັງປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 5 ທັນວາ, ຢູ່ນະຄອນໂຮ່ຈີມິນ, ກະຊວງປ້ອງກັນປະເທດໄດ້ຈັດພິທີ ເຊີດຊູໂຮງໝໍເຄື່ອນທີ່ພາກສະໜາມ ຂັ້ນ 2 ເລກ 1 ທີ່ໄດ້ປະຕິບັດສຳເລັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້.
ເຊີ​ດ​ຊູ​ກຳ​ລັງປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ - ảnh 1

ທ່ານພົນໂທ ເຈິ່ນກວາງເຟືອງ ມອບໃບຍ້ອງຍໍໃຫ້ແກ່ສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ປົກປັກຮັກສາ ສັນຕິພາບ ສປຊ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງຮ່ວາບິງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບ  ສປຊ ເພືຶ່ອແນໃສ່ປະຕິບັດແນວທາງການທູດຂອງ ປະເທດຊາດ, ສ້າງຂີດໝາຍແຫ່ງການປ່ຽນແປງທັງກ່ຽວກັບ ຈຳນວນ ແລະ ຄຸນນະພາບໃນການເຄື່ອນໄຫວຮ່ວມມືຫຼາຍຝ່າຍ ເວົ້າລວມ ແລະ ກ່ຽວກັບການປ້ອງກັນຊາດປ້ອງກັນສະຫງົບເວົ້າສະເພາະ, ໂດຍພິສູດໃຫ້ເຫັນບົດບາດຄວາມຮັບຜິດຊອບ ແລະ ການຮ່ວມແຮງຮ່ວມໃຈ ປະກອບເຫື່ອແຮງ ຂອງ ຊາດ ຫວຽດນາມ ຕໍ່ບັນດາປະເທດທີ່ຍັງປະສົບກັບຄວາມ ທຸກຍາກອຶດຫິວ ແລະ ມີການປະທະກັນ. ທ່ານກ່າວວ່າ:

ຂ້າພະເຈົ້າດີໃຈທີ່ສຸດເມື່ອໄດ້ຮັບຕ້ອນ ພະນັກງານ, ພາລະກອນ 63 ຄົນຂອງ ໂຮງໝໍເຄື່ອນທີ່ພາກສະໜາມ ກັບເມືອປະເທດຢ່າງປອດໄພ ແລະ ເຊີດຊູບັນດາສະຫາຍທີ່ ໄດ້ ຊາບຊຶມແລະ ປະຕິບັດບັນດາຂໍ້ກຳນົດຂອງ ສປຊ, ຄະນະ, ກົດໝາຍຂອງປະເທດປະຈຳຖິ່ນ, ກົດໝາຍຂອງລັດ ແລະ ກົດລະບຽບຂອງ ກອງທັບປະຊາຊົນ ຫວຽດນາມຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພໃນການປະຕິບັດໜ້າທີ່”

ຕອບກັບ

ຂ່າວ/ບົດ​ອື່ນ