ເຊີດ​ຊູ​ຊາວ​ກະ​ສິ​ກອນດ​ີ​ເດັ່ນ ຫວຽດ​ນາມ 100 ຄົນ ​ໃນປີ 2022

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຊາວກະສິກອນ ຫວຽດນາມ ຄົບຮອບ 92 ປີ, ວັນທີ 14 ຕຸລາ ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີຍ້ອງຍໍຊົມເຊີຍ ແລະ ມອບນາມມະຍົດຊາວກະສິກອນດີເດັ່ນ ຫວຽດນາມ ໃນປີ 2022 ໃຫ້ແກ່ຊາວກະສິກອນ 100 ຄົນ. 
ເຊີດ​ຊູ​ຊາວ​ກະ​ສິ​ກອນດ​ີ​ເດັ່ນ ຫວຽດ​ນາມ 100 ຄົນ ​ໃນປີ 2022 - ảnh 1ການຖະແຫຼງຂ່າວ ກ່ຽວກັບການຍ້ອງຍໍຊົມເຊີຍຊາວກະສິກອນ ດີເດັ່ນ ປີ 2022 (ພາບ: VGP)

ມາດຕະຖານເພື່ອຄັດເລືອກແມ່ນ ເປັນຊາວກະສິກອນທຳການຜະລິດ, ດຳເນີນທຸລະກິດເກັ່ງຢູ່ເຂດກະສິກຳຈຸດສຸມ, ຮູບແບບທີ່ມີລັກສະນະແຜ່ຂະຫຍາຍສູງ, ມີການປະກອບສ່ວນຢ່າງໃຫຍ່ຫຼວງແກ່ວົງຄະນະຍາດ, ສັງຄົມ ໃຫ້ບຸລິມະສິດແກ່ຊາວກະສິກອນລຸ້ນໃໝ່, ກ້າເຮັດ startup ໃນຂະແໜງກະສິກຳ ແລະ ປະສົບຜົນສໍາເລັດມາແລ້ວ, ສ້າງທ່າອ່ຽງໃໝ່ໃນຂະແໜງກະສິກຳ… ນີ້ກໍແມ່ນບັນດາຊາວກະສິກອນທີ່ເປັນແບບຢ່າງ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງໃນການພັດທະນາເສດຖະກິດ; ກ້າຄິດກ້າທຳ, ຂຸດຄົ້ນ, ນຳໃຊ້ແຫຼ່ງກຳລັງ ດ້ານທຶນຮອນ, ແຮງງານ ແລະ ທີ່ດິນໄດ້ຢ່າງມີປະສິດທິຜົນ; ກ້າໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຢີໃໝ່ເຂົ້າໃນການຜະລິດ. ເປັນຜູ້ຕາງໜ້າໃຫ້ແກ່ຊາວກະສິກອນນັບລ້ານຄົນໃນທົ່ວປະເທດພວມດຸໝັ່ນທຳການຜະລິດ, ດໍາເນີນທຸລະກິດ, ປະດິດຄິດສ້າງ, ນຳໜ້າໃນວິວັດທະນາການພັດທະນາເສດຖະກິດກະສິກຳ, ຊົນນະບົດ ແລະ ສ້າງຊົນນະບົດໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ