ເຊີດຊູຖັນແຖວຂະແໜງການແພດເນື່ອງໃນໂອກາດວັນແພດໝໍ ຫວຽດນາມ

(VOVWORLD) -ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ປາດຖະໜາວ່າ, ໂຮງໝໍຫຼາຍຂະແໜງ ດຶກຢາງ ຈະສືບຕໍ່ບຳລຸງສ້າງຖັນແຖວພະນັກງານ, ພາລະກອນການແພດ, ສຳຜັດກັບຜົນງານດ້ານການແພດຂອງໂລກ
ເຊີດຊູຖັນແຖວຂະແໜງການແພດເນື່ອງໃນໂອກາດວັນແພດໝໍ ຫວຽດນາມ - ảnh 1(ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ໄປຢ້ຽມຢາມ, ອວຍພອນຢູ່ໂຮງໝໍຫຼາຍຂະແໜງ ດຶກຢາງ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນແພດໝໍ ຫວຽດນາມ (ຄືວັນທີ 27 ກັນຍາ 1955 – 27 ກັນຍາ 2022), ຕອນບ່າຍວັນທີ 26 ກຸມພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ໄປຢ້ຽມຢາມ, ອວຍພອນຢູ່ໂຮງໝໍຫຼາຍຂະແໜງ ດຶກຢາງ, ສຸກສາລາຕາແສງ ໂບ່ເດ (ເມືອງ ລອງບຽນ) ແລະ ຄອບຄົວທ່ານ ບຸນວັນກວຽນ, ປະທານສະມາຄົມຊາວກະສິກອນ, ສະມາຊິກຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຕາແສງ ກິມເຊີນ, ເມືອງ ຢາເລິມ.

    ນະທີ່ນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ປາດຖະໜາວ່າ, ໂຮງໝໍຫຼາຍຂະແໜງ ດຶກຢາງ ຈະສືບຕໍ່ບຳລຸງສ້າງຖັນແຖວພະນັກງານ, ພາລະກອນການແພດ, ສຳຜັດກັບຜົນງານດ້ານການແພດຂອງໂລກ, ບຳລຸງສ້າງຖັນແຖວພະນັກງານຄຸ້ມຄອງຂອງໂຮງໝໍແຫ່ງຕ່າງໆ ເພື່ອຍົກສູງວຽກງານຄຸ້ມຄອງໂຮງໝໍໃຫ້ຂຶ້ນສູ່ໄລຍະໃໝ່ ທັນສະໄໝ, ໂປ່ງໄສ ແລະ ຫັນເປັນຂັ້ນຕອນເພື່ອຫຼຸດຜ່ອນຄວາມສ່ຽງດ້ານວິຊາສະເພາະ.

ເພື່ອແນໃສ່ຮັບຮອງບັນດາການປະກອບສ່ວນທີ່ມິດງຽບຂອງບັນດາແພດໝໍ, ພິເສດແມ່ນໄດ້ເຊີດຊູ, ຕອບບຸນແທນຄຸນບັນດາແບບຢ່າງຂອງຖັນແຖວແພດໝໍ, ພາລະກອນການແພດ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ວັນທີ 26 ກຸມພາ, ອົງຄະນະພັກນະຄອນ ໂຮ່ຈີມິນ ໄດ້ຈັດພິທີຕ້ອນຮັບບັນດາຮູບແບບການຍ້ອງຍໍຂັ້ນລັດ ແລະ ຈັດການພົບປະສະເຫຼີມສະຫຼອງ 67 ປີແຫ່ງວັນແພດໝໍ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໃຫ້ຮູ້ວ່າ, ຂະແໜງສາທາລະນະສຸກນະຄອນ ໄດ້ຜ່ານຜ່າປີໜຶ່ງທີ່ເຕັບໄປດ້ວຍຄວາມຫຍຸ້ງຍາກ, ທົດສອບ ເມື່ອຕ້ອງໄດ້ຮັບມືກັບໂລກລະບາດໂຄວິດ-19 ຮອບທີ 4. ດ້ວຍບັນດາຄວາມມານະພະຍາຍາມ, ການປະກອບສ່ວນ, ການເສຍສະຫຼະຂອງຖັນແຖວແພດໝໍໃນປີຜ່ານມາ, ບັນດາລາງວັນອັນສູງສົ່ງຂັ້ນລັດ ແມ່ນເໝາະສົມໃຫ້ແກ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນດີເດັ່ນ ທີ່ໄດ້ອຸທິດສ່ວນໃຫ້ແກ່ພາລະກິດປົກປ້ອງ ແລະ ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.

ເນື່ອງໃນໂອກາດນີ້, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ກໍ່ໄດ້ຈັດການພົບປະ, ເຊີດຊູພະນັກງານຂະແໜງສາທາລະນະສຸກ ເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ