ເຊີດຊູທ່ານໝໍໜຸ່ມທີ່ດີເດັ່ນທົ່ວປະເທດ 10 ຄົນ


ເຊີດຊູທ່ານໝໍໜຸ່ມທີ່ດີເດັ່ນທົ່ວປະເທດ 10 ຄົນ - ảnh 1

ທ່ານໝໍໜຸ່ມກວດພະຍາດໃຫ້ເດັກນ້ອຍ
(ພາບອິນເຕີແນດ)

(vovworld) - ຕອນ​ບ່າຍ​ວັນ​ທີ 17/2, ຢູ່ ຮ່າ​ໂນ້ຍ, ສູນ​ກາງສະມາຄົມ, ​ສະຫະພັນຊາວ​ໜຸ່ມ ຫວຽດນາມ, ສະມາຄົມ​ທ່ານໝໍ​ໜຸ່ມ ຫວຽດນາມ ຈັດ​ຕັ້ງ​ພິທີ​ຍ້ອງຍໍ​ທ່ານໝໍ​ໜຸ່ມ ຫວຽດນາມ ທີ່​ດີ​ເດັ່ນ​ທົ່ວ​ປະ​ເທດ​ປີ 2016. ນີ້​ແມ່ນ​ພິທີຍ້ອງຍໍ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ, ນັບ​ແຕ່​ປີ 2008 ​ເຖິງ​ປະຈຸ​ບັນ, ​ເພື່ອ​ແນ​ໃສ່​ເຊີດ​ຊູ, ຍ້ອງຍໍ​ຜົນງານ​ຂອງ​ບັນດາ​ທ່ານໝໍ​ໜຸ່ມ​ທີ່​ດີ​ເດັ່ນ​ໃນ​ວຽກ​ງານ​ສົ່ງ​ເສີມ​ສຸຂະພາບ​ປະຊາຊົນ; ຄົ້ນ​ຄ້ວາ​ວິທະຍາສາດ, ອາສາ​ສະໝັກ​ເພື່ອ​ສຸຂະພາບ​ປະຊາ​ຄົມ. ຈາກ​ນັ້ນ​ທະວີຄູນ​ບັນດາ​ແບບຢ່າງ​ທ່ານໝໍ​ໜຸ່ມ ຫວຽດນາມ ທີ່​ດີ​ເດັ່ນ, ພ້ອມ​ທັງ​ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພັດທະນາ​ບັນດາ​ສະມາຄົມ, ສະ​ໂມ​ສອນ​ທ່ານໝໍ​ໜຸ່ມ​ຂັ້ນ​ແຂວງ ​ແລະ ສະມາຄົມ​ທ່ານໝໍ​ໜຸ່ມ ຫວຽດນາມ. ອ້າຍ ​ເຈິ່ນຊວນ​ແບກ, ຮອງ ສາ​ສະ​ດາ​ຈານ, ປອ, ສະ​ຖາ​ບັນ​ກໍ່ສ້າງ​​ແພດ​ສາດສຳຮອງ ​ແລະ ການແພດ​ປະຊາ​ຄົມ, ມະຫາວິທະຍາ​ໄລ​ແພດສາດ ຮ່າ​ໂນ້ຍ, ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ທ່ານໝໍ​ໜຸ່ມ​ທີ່​ດີ​ເດັ່ນ​ທົ່ວ​ປະ​ເທດ 10 ຄົນ, ​ໃຫ້​ຮູ້​ວ່າ:

“ລາງວັນ​ທ່ານໝໍ​ໜຸ່ມ ຫວຽດນາມ ​ແມ່ນ​ການ​ເຊີດ​ຊູ, ການ​ຮັບຮອງ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຂະ​ແໜງ​ການ​ແພດ ກໍ່​ຄື​ທົ່ວ​ສັງຄົມ​ສຳລັບ​ທ່ານໝໍ​ໜຸ່ມ​ພວກ​ຂ້າພະ​ເຈົ້າ. ​ໂດຍ​ແມ່ນ​ຊາວ​ໜຸ່ມ​ຜູ້​ໜຶ່ງ, ທັງ​ແມ່ນ​ພະນັກງານ​ໜຸ່ມ​ໃນ​ຂະ​ແໜງ​ການ​ແພດ, ພ້ອມ​ກັບ​ຄົນ​ໜຸ່ມ​ຕ່າງໆ, ຍາມ​ໃດພວກ​ຂ້າພະ​ເຈົ້າກໍ່​ມີ​ຄວາມ​ໄຝ່ຝັນ ​ແລະ ພະຍາຍາມ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສົ່ງ​ເສີມ​ສຸຂະພາບ, ກໍ່​ຄື​ບັນດາ​ຂົງ​ເຂດ​ອື່ນໆ​ຄື​ບຳລຸງ​ສ້າງ, ຄົ້ນ​ຄ້ວາ​ວິທະຍາສາດ​ຢ່າງ​ບໍ່​ຢຸດ​ຢັ້ງ“.

 

ຂ່າວ/ບົດ​ອື່ນ