ເຊີດຊູນັກທຸລະກິດ, ວິສາຫະກິດດີເດັ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

(VOVWORLD) -  ວັນທີ 27 ຕຸລາ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂາ ເກີນເທີ (VCCI ເກີນເທີ) ໄດ້ຈັດຕັ້ງລາຍການຍ້ອງຍໍ ແລະ ເຊີດຊູ ນັກທຸລະກິດ, ວິສາຫະກິດດີເດັ່ນຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2017. 
ເຊີດຊູນັກທຸລະກິດ, ວິສາຫະກິດດີເດັ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1 ບັນດານັກທຸລະກິດ, ວິສາຫະກິດໄດ້ຮັບການເຊີດຊູໃນຄັ້ງນີ້

ທ່ານ ຫງວຽນເຟືອງລາມ, ຮອງຜູ້ອຳນວຍການ VCCI ສາຂາ ເກີນເທີ, ໃຫ້ຮູ້ວ່າ ນີ້ແມ່ນການເຄື່ອນໄຫວປະຈຳປີ ໄດ້ຮັບການຈັດຕັ້ງນັບແຕ່ປີ 2009 ມາຮອດປະຈຸບັນ ດ້ວຍການສົມທົບຂອງອຳນາດການປົກຄອງ, ພະແນກ, ຂະແໜງການ, ສະຫະສະມາຄົມວິສາຫະກິດບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເພື່ອແນໃສ່ເຊີດຊູບັນດານັກທຸລະກິດ, ວິສາຫະກິດມີຜົນງານດີເດັ່ນໃນການເຄື່ອນໄຫວດຳເນີນທຸລະກິດ. ນີ້ກໍ່ແມ່ນໂອກາດຮັບຮູ້ການປະກອບສ່ວນຂອງຖັນແຖວນັກທຸລະກິດ, ວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃນການປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ພາກພື້ນ, ຜ່ານນັ້ນ, ລະດົມກຳລັງໃຈ ນັກທຸລະກິດ, ວິສາຫະກິດ ສືບຕໍ່ຮັກສາສະຖຽນລະພາບ ແລະ ການພັດທະນາໃນຂະແໜງອາຊີບ, ຂົງເຂດຂອງຕົນ, ເປັນຕົ້ນແມ່ນໃນສະພາບທີ່ ຫວຽດນາມ ພວມເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA) 2 ຝ່າຍ ແລະ ຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ