ເຊີດຊູນັກທຸລະກິດຍິງອາຊຽນ ທີ່ດີເດັ່ນ

ເຊີດຊູນັກທຸລະກິດຍິງອາຊຽນ ທີ່ດີເດັ່ນ - ảnh 1
ພິທີເຊີດຊູນັກທຸລະກິດຍິງອາຊຽນ ທີ່ດີເດັ່ນ
(ພາບ: chinhphu.vn)


(vovworld) – ພິທີ​ເຊີດ​ຊູ​ນັກທຸ​ລະ​ກິດ​ຍິງ 38 ຄົນ ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 07/03, ຢູ່​ຮ່າ​ໂນ້ຍ. ກ່າ​ວຄຳ​ເຫັນ​ທີ່​ພິທີ​, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ, ບັນດາ​ນັກທຸລະກິດ​ຍິງ​ອາ​ຊຽນ ທີ່​ດີ​ເດັ່ນ​ໄດ້​ນຳ​ໜ້າ​ໃນ​ວິວັດການ​ເຊື່ອມ​ໂຍງ, ກຳ​ໄດ້​ກາລະ​ໂອກາດ​ຈາກ​ບັນດາ​ນະ​ໂຍບາຍ, ພຶດຕິ​ກຳ​ຕົວ​ຈິງ, ຈາກ​ສະພາບ​​ແວ​ດລ້ອມ​ແຫ່ງ​ການ​ດຳ​​ເນີນ​ທຸລະ​ກິດ. ​ເລື່ອງ​ເຊີດ​ຊູ​ຄັ້ງ​ນີ້, ຈະ​ສ້າງ​ກຳລັງ​ໜູນ​ ຊ່ວຍ​ລະດົມ​ກຳລັງ​ໃຈ ​ແລະ ​ຊຸກຍູ້ເຈດ​ຈຳນົງ​ບືນ​ຕົວ​ຂຶ້ນ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ແມ່ຍິງ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ແລ້ວ, ພ້ອ​ມກັບ​ທ່າ​ອຽງ​ລວມຂອງ​ອາ​ຊຽນ, ຫວຽດນາມ ພວມ​ມະນະ​ພະຍາຍາມ​ສ້າງ​ກອບ​ກົດໝາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ໃຫ້​ສຳ​ເລັດ, ປະຕິບັດ​ນະ​ໂຍບາຍ​ຮັບປະກັນ​ບັນດາ​ສິດ​ຂອງ​ແມ່ຍິງ. ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ພົ້ນ​​ເດັ່ນ​ຂອງ​ຫວຽດນາມ ​ແມ່ນ​ຫຼຸດຜ່ອນ​ຄວາມ​ຜິດ​ໂຕນ​ທາງເພດ​ໃນ​ຂົງ​ເຂດ​ເສດຖະກິດ, ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ທະວີ​ການ​ສຳ​ພັດ​ກັບ​ບັນດາ​ແຫຼ່ງກຳລັງ​ດ້ານ​ເສດຖະກິດ, ຕະຫຼາດ​ແຮງ​ງາ​ນຂອງ​ແມ່ຍິງ​ທຸກ​ຍາກ​ຢູ່​ເຂດ​ຊົນນະບົດ, ​ແມ່ຍິງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ຂ່າວ/ບົດ​ອື່ນ