ເຊີດຊູນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນປີ 2017

(VOVWORLD) -  ຄະນະຈັດຕັ້ງໄດ້ມອບໃບຍ້ອງຍໍຂອງຄະນະກຳມະການຊົນເຜົ່າໃຫ້ນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍດີເດັ່ນ 161 ຄົນ
 

=

ເຊີດຊູນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນປີ 2017 - ảnh 1 ພິທີເຊີດຊູນັກຮຽນ, ນັກສຶກສາຊົນເຜົ່າດີເດັ່ນ

ຕອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການຊົນເຜົ່າ ເປັນປະທານ, ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ໜັງສືພິມນົງໂທນໄງ່ໄນ, ໜັງສືພິມ ຕ່ຽນຟອງ ຈັດຕັ້ງພິທີເຊີດຊູນັກຮຽນຊົນເຜົ່າສ່ວນໜ້ອຍບັນລຸລາງວັນສູງໃນການສອບເສັງລະດັບຊາດ, ບັນລຸຄະແນນສູງສຸດເມື່ອເສັງເຂົ້າມະຫາວິທະຍາໄລ, ວິທະຍາໄລປີ 2017. ຄະນະຈັດຕັ້ງໄດ້ມອບໃບຍ້ອງຍໍຂອງຄະນະກຳມະການຊົນເຜົ່າໃຫ້ນັກຮຽນ, ນັກສຶກສາຊົນເຜົ່າສ່ວນໜ້ອຍດີເດັ່ນ 161 ຄົນ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ເນັ້ນໜັກວ່າ: ພັກ ແລະ ລັດ ຍາມໃດກໍ່ກຳນົດທັດສະນະເໝີຕົ້ນສະເໝີປາຍໃນການສຶກສາ ແລະ ບຳລຸງສ້າງພ້ອມກັບວິທະຍາສາດ ແລະ ເຕັກໂນໂລຢີ ແມ່ນລັດຖະນະໂຍບາຍແຖວໜ້າ ແລະ ມີບັນດາແຜນນະໂຍບາຍ, ນະໂຍບາຍບຸລິມະສິດພັດທະນາການສຶກສາບຳລຸງສ້າງເວົ້າລວມ ແລະ ສຶກສາບຳລຸງສ້າງເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ, ຊີ້ແຈ້ງວ່າ:

        “ເພື່ອພັດທະນາເສດຖະກິດ, ສັງຄົມ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກເຂດຊົນເຜົ່າ ແລະ ພູດອຍ ແບບຍືນຍົງ, ໜຶ່ງໃນບັນດາມາດຕະການສຳຄັນ ແມ່ນເບິ່ງແຍງດູແລ, ພັດທະນາການສຶກສາ. ຂ້າພະເຈົ້າສະເໜີໃຫ້ກະຊວງສຶກສາ ແລະ ບຳລຸງສ້າງ, ຄະນະກຳມະການຊົນເຜົ່າ ສືບຕໍ່ເປັນເສນາທິການ ໃຫ້ແກ່ລັດຖະບານເພີ່ມເຕີມນະໂຍບາຍພັດທະນາແຫຼ່ງຊັບພະຍາກອນມະນຸດຊົນເຜົ່າເຂດສ່ວນໜ້ອຍ.”

ຕອບກັບ

ຂ່າວ/ບົດ​ອື່ນ